28/02/2012 12:00:00 am - ວິທະຍາໄລຄູສະຫວັນນະເຂດເປີດກອງປະຊຸມວິທີຂຽນ ແລະ ສະຫຼູບໂຄງການ |
ພັດທະນາຄູ![]() ໃນວັນທີ 22 ແລະ 27 ກຸມພາ 2012 ຫ້ອງການພັດທະນາຄູ, ວິທະຍາໄລຄູສະຫວັນນະເຂດໄດ້ເປີດ ກອງປະຊຸມເຝິກອົບຮົມວິທີຂຽນ ແລະ ສະຫຼູບໂຄງການຂຶ້ນທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 19 ທ່ານ ໂດຍການເປັນປະທານຂອງ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການ ຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ, ຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ (ຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານຈາກ 33 ໜ່ວຍງານພາຍໃນ ວຄສ). ການເຝິກອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ງົບປະມານຂອງວິທະຍາໄລຄູສະຫວັນນະເຂດປະຈຳສົກຮຽນ 2011-2012. ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ເພຶ່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບວິທີຂຽນໂຄງການ ແລະ ໃຫ້ເຂົ້າໃຈຫຼັກການຂອງການສະຫຼູບໂຄງການ. ໃນການເຝິກອົບຮົມຄັ້ງນີ້ສຳມະນາກອນແຕ່ລະກຸ່ມໄດ້ພ້ອມກັນປະຕິບັດຕົວຈິງໂດຍການທົດລອງຂຽນໂຄງການ ແລະ ສະຫຼູບໂຄງການຕ່າງໆໄດ້. ໂດຍ: ເກດສະໜາ ວົງຫາຈັກ |