27/02/2012 12:00:00 am - ການເຝິກອົບຮົມວຽກງານຊາວໜຸ່ມ-ເຍົາວະຊົນໃຫ້ແກ່ນັກສຶກສາປີສຸດທ້າຍ |
ກິດຈະກຳນັກສຶກສາ![]() ໃນລະຫວ່າງ ວັນທີ 30-31/01/2012 ຜ່ານມານີ້ ຢູ່ທີ່ສະໂມສອນວິທະຍາໄລຄູສະຫວັນນະເຂດ ໄດ້ມີການຈັດເຝິກອົບຮົມວຽກງານຊາວໜຸ່ມ-ເຍົາວະຊົນໃຫ້ແກ່ນັກສຶກສາປີສຸດທ້າຍ ເພື່ອກຽມອອກຮັບໃຊ້ໃນບັ້ນເຝິກຫັດວິຊາຊີບຕາມໂຮງຮຽນສາມັນແຫ່ງຕ່າງໆພາຍໃນສອງແຂວງ ສະຫວັນນະເຂດ ແລະ ແຂວງ ຄໍາມ່ວນ ເຊິ່ງບົດຮຽນໃນການນໍາມາເຝິກອົບຮົມຄັ້ງນີ້ ແມ່ນບົດບາດການນໍາພາຂອງພັກຕໍ່ອົງການຈັດຕັ້ງຊາວໜຸ່ມ, ສິດ ແລະ ໜ້າທີ່ຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພິທີຮັບມະຫາຊົນກ້າວໜ້າເຂົ້າມາເຄື່ອນໄຫວໃນອົງການຈັດຕັ້ງຊາວໜຸ່ມ, ບົດບາດການນໍາພາຂອງຊາວໜຸ່ມຕໍ່ເຍົາວະຊົນ-ອະນຸຊົນ, ວິທີການຕັ້ງຄ້າຍເຍົາວະຊົນ ແລະ ການຂະຫຍາຍສະມາຊິກ ເຊິ່ງມີຈໍານວນພົນເຂົ້າຮ່ວມ 265 ສະຫາຍ, ຍິງ 137 ສະຫາຍ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ແມ່ນທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ຄໍາຕູ່ນ ສົມສະນິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ນາງ ຈັນສຸດາ ຈັນທິວົງ ຄະນະກໍາມະການຊາວໜຸ່ມແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ ແລະ ພະນັກງານຈາກຫ້ອງການຊາວໜຸ່ມແຂວງ |