25/12/2011 12:00:00 am - ເປີດນໍາໃຊ້ຫ້ອງພູມີສາດ |
ວິທະຍາສາດສັງຄົມ![]() ໃນຕອນບ່າຍຂອງວັນທີ 22/12/2011 ເວລາ15:00 ນາທີ ຫ້ອງການວິທະຍາສາດສັງຄົມ ໄດ້ຈັດພິທີພາເຂົ້າສາມັກຄີຂຶ້ນຢູ່ທີ່ຫ້ອງ ປະຕິບັດການພູມີສາດ ໂດຍພາຍໃຕ້ການ ເຂົ້າຮ່ວມຂອງທ່ານ ວິໄນ ສຸຂະຣາດ ຮອງຜູ້ອໍານວຍການຝ່າຍວັດ - ປະເມີນຜົນ, ທ່ານ ໜູພອນ ຈັນທະວົງ ຮອງ ຫົວໜ້າຫ້ອງການສ້າງຄູ ປະຖົມ - ອະນຸບານ, ທ່ານ ນ, ແກ້ວລໍາຂວັນ ພັກດີວິຈິດ ຮອງຫົວໜ້າຫ້ອງການສົ່ງເສີມວິຊາການ, ທ່ານ ສອນແກ້ວ ອຸ່ນປະເສີດ ຫົວໜ້າຫ້ອງການວິທະຍາ ສາດສັງຄົມ, ຮອງຫ້ອງການ, ຄູ - ອາຈານ ແລະ ນັກຫ້ອງຕໍ່ເນື່ອງ ພູມີສາດ ລະບົບ 11+3+2 ເຂົ້າຮ່ວມ ຢ່າງພ້ອມພຽງ, ຫ້ອງດັ່ງກ່າວແມ່ນໃຊ້ເປັນຫ້ອງປະຕິບັດການພູມີສາດ ສໍາລັບການສຶກສາຄົ້ນຄວ້າຫາຂໍ້ມູນຕ່າງໆທາງດ້ານພູມສາດ ພາຍໃນສາຍວິທະຍາສາດສັງຄົມ ເວົ້າລວມ ເວົ້າສະເພາະກໍແມ່ນສໍາລັບສາຍພູມສາດໂດຍກົງ, ພະນັກງານທີ່ປະຈໍຢູ່ໃນຫ້ອງດັ່ງກ່າວແມ່ນປະກອບມີ 3 ທ່ານ ເຊັ່ນ: ທ່ານ ພອນສະຫວັນ ແກ້ວ ພົມມະຈັກ, ທ່ານ ນ ຄໍາໃບ ວຽງຍະວົງ ແລະ ທ່ານ ນ ວິໄລວັນ ປຸ໋ຍນາດີ ແລະ ອີກນັກສຶກສາສາຍພູມີສາດຈໍານວນໜຶ່ງ ເປັນທີ່ປຶກສາໃນການຊີ້ນໍາໆພາ ການປະຕິບັດການໃນດ້ານຕ່າງໆກ່ຽວພູມີສາດ, ດອກຫວາຍ ສາຍເມືອງວັງ (ພອນສະຫວັນ ແກ້ວພົມມະຈັກ) |