25/10/2010 12:00:00 am - ງານແລກປ່ຽນວັດທະນະທຳກັບ ມະຫາວິທະຍາໄລ ສີນະຄະຣິນວິໂຣດ (ຄະນະແພດສາດ) ປະເທດໄທ |
ວັດຜົນ-ປະເມີນຜົນ![]() ໃນຕອນເຊົ້າຂອງວັນທີ 25/10/2010 ເວລາ 10:00 ໂມງ ທີ່ ສະໂມສອນໃຫຍ່ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີການສະແດງສີລະປະ ວັນນະຄະດີ ເພື່ອແລກປ່ຽນວັດທະນະທຳ ລະຫວ່າງ ວິທະຍາໄລຄູ ສະຫວັນນະເຂດ ແລະ ຄະນະແພດສາດ ມະຫາວິທະຍາໄລ ສີນະຄະຣິນວິໂຣດ ລາຊາອານາຈັກໄທ. ໂດຍເປັນກຽດເຂົ້າຮ່ວມຮັບຊົມມີທ່ານ ບຸນຊູ ສຸລິເດດ ຮອງອຳນວຍການຝ່າຍ ກິດຈະກຳນັກສຶກສາ, ທ່ານ ວິໄນ ສຸຂະລາດ ຮອງອຳນວຍການຝ່າຍວັດຜົນ - ປະເມີນຜົນ ແລະ ພັດທະນາຄູ ວິທະຍາໄລຄູ ສະຫວັນນະເຂດ ພ້ອມກັບຄູ-ອາຈານ ແລະ ນັກສຶກສາຈຳນວນຫຼວງຫຼາຍ. ຝ່າຍປະເທດໄທ ນຳທີມໂດຍທ່ານ ກະຈາຍສັກ ລ້ຽມລັດຕະນະພອນ ຮອງຄະນະບໍດີ ມະຫາວິທະຍາໄລ ສີນະຄະຣິນວິໂຣດ ແລະ ດຣ ໂກສຸມ ຈັນສິຣິ ຮອງຄະນະບໍດີ ມະຫາວິທະຍາໄລ ສີນະຄະຣິນວິໂຣດ ພ້ອມກັບທີມງານນັກສະແດງ. ໃນການສະແດງປະກອບມີ 9 ລາຍການໃນນັ້ນ ເປັນການສະແດງຂອງຄະນະສີລະປະ ວິທະຍາໄລຄູ ສະຫວັນນະເຂດ 5 ລາຍການ ແລະ ຈາກນັກສະແດງຂອງປະເທດໄທ 4 ລາຍການດັ່ງມີລາຍລະອຽດລຸ່ມນີ້: 1. ບົດຟ້ອນຈຳປາເມືອງລາວ (ວຄສ) 2. ລຳບາສີສູ່ຂວັນ (ມະຫາວິທະຍາໄລ ສີນະຄະຣິນວິໂຣດ) 3. ບົດຟ້ອນລຳຄອນສະຫວັນ (ວຄສ) 4. ລຳລະບຳສຸໂຂໄທ (ມະຫາວິທະຍາໄລ ສີນະຄະຣິນວິໂຣດ) 5. ເຕັ້ນລາວແບບໃໝ່ (ບາສະຫຼົບ) (ວຄສ) 6. ລະບຳເທບບັນເທີງ (ມະຫາວິທະຍາໄລ ສີນະຄະຣິນວິໂຣດ) 7. ບົດຟ້ອນລຳພູໄທ (ວຄສ) 8. ລຳແພວາກາລະສິນ (ມະຫາວິທະຍາໄລ ສີນະຄະຣິນວິໂຣດ) 9. ບົດຟ້ອນລຳມະຫາໄຊ (ວຄສ) |