20/12/2011 12:00:00 am - ກອງປະຊຸມເກັບກຳຂໍ້ມູນເພື່ອປະກອບການຮຽບຮຽງປັດຊະຍາຂອງການສ້າງຄູ ແລະ ສະມັດຖະພາບດ້ານການຮຽນຂອງນັກສຶກສາຄູ |
ພັດທະນາຄູ![]() ວັນທີ 19/12/2011 ເວລາ 8ໂມງ 30 ນາທີ ວິທະຍາໄລຄູສະຫວັນນະເຂດໄດ້ເປີດກອງປະຊຸມເກັບກຳຂໍ້ມູນເພື່ອປະກອບການຮຽບຮຽງປັດຊະຍາຂອງການສ້າງຄູ ແລະ ສະມັດຖະພາບດ້ານການຮຽນຂອງນັກສຶກສາຄູ ຂຶ້ນທີ່ຫ້ອງການພັດທະນາຄູວິທະຍາໄລຄູ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດ18 ທ່ານ, ຍິງ10 ທ່ານ, ໂດຍແຂກທີ່ເຂົ້າຮ່ວມມີທ່ານສົມພູ ວິຈິດຕຣາ ຫົວໜ້າພະແນກສ້າງຄູ ກົມສ້າງຄູ, ທ່ານ ມະອາລີ ວໍລະບຸດ ຫົວໜ້າພະແນກປະເມີນຜົນ ກົມສ້າງຄູ, ວິຊາການຈາກອົງການ UNICEF 2 ທ່ານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອຳນວຍການຝ່າຍວິຊາການ. ນອກນັ້ນ ຍັງມີຄະນະຫ້ອງການສົ່ງເສີມວິຊາການ ແລະ ຄະນະຫ້ອງການ ພັດທະນາຄູ ພ້ອມທັງຄູ-ອາຈານທີ່ສອນໃນແຕ່ລະສາຍຮຽນຈຳນວນ 11 ທ່ານ. ໃນຕອນທ້າຍທາງຄະນະກອງປະ ຊຸມໄດ້ຢາຍແບບປະເມີນໃຫ້ບັນດາທ່ານຄູ-ອາຈານທີ່ເຂົ້າຮ່ວມ ແລະ ພາກສ່ວນທີ່ບ່ໍ່ໄດ້ເຂົ້າຮ່ວມກອງປະຊຸມເພື່ອສັງລວມແນວຄິດຫຼາຍພາກສ່ວນປະກອບແຜນພັດທະນາປັດຊະຍາການສ້າງຄູອຸດົມສົມບູນຂື້ນ. ໂດຍ: ເກດສະໜາ ວົງຫາຈັກ |