15/12/2011 12:00:00 am - ກອງປະຊຸມຄັດເລືອກຫົວຂໍ້ວິໄຈເພື່ອການພັດທະນາ ວຄສ ປະຈຳສົກຮຽນ 2011-2012 |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 14/12/2011 ວິທະຍາໄລຄູສະຫວັນນະເຂດໄດ້ເປີດກອງປະຊຸມຄັດເລືອກຫົວຂໍ້ວິໄຈເພຶ່ອການພັດທະນາຂຶ້ນທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ20 ທ່ານ, ຍິງ7 ທ່ານ, ໂດຍການເປັນປະທານຂອງ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການຝ່າຍວັດຜົນ - ປະເມີນຜົນ ແລະ ພັດທະນາຄູ. ນອກນັ້ນຍັງມີຄະນະກຳມະການຄັດເລືອກຫົວຂໍ້ວິໄຈ, ຄະນະຊີ້ນຳການວິໄຈ ພ້ອມ ທັງນັກວິໄຈຈາກ 10 ຫ້ອງການ. ຜ່ານການຄົ້ນຄວ້າກອງປະຊຸມສາມາດຄັດເລືອກຫົວຂໍ້ວິໄຈເພື່ອການພັດ ທະນາສະຖາບັນໄດ້ຈຳນວນ 12 ຫົວຂໍ້ຄື: ທັກສະການຂຽນພາສາລາວຂອງນັກສຶກສາສາຍພາສາລາວ-ວັນນະຄະດີ ການຄຸ້ມຄອງຫໍພັກຂອງນັກສຶກສາຍິງ ພາຍໃນວິທະຍາໄລຄູສະຫວັນນະເຂດ ການພັດທະນາຄວາມສາມາດໃນການຄິດໄລ່ເລກສີ່ປະການຂອງນັກສຶກສາສາຍຄູອະນຸບານ-ປະຖົມ ໃນ ວຄສ ການວິເຄາະປະໂຫຍກໃນພາສາລາວຂອງນັກຮຽນຄູປະຖົມ ປີທີ 1 ລະບົບ 9+3 ແນວທາງພັດທະນາເພື່ອໃຫ້ນັກສຶກສາສາຍສັງຄົມເອົາໃຈໃສ່ຄົ້ນຄວ້າບົດຮຽນ ປັດໄຈທີ່ເຮັດໃຫ້ນັກສຶກສາສາຍຄະນິດສາດສາມາດຄຳນວນເລກສີ່ປະການໄດ້ດີ ຄວາມຕ້ອງການຂອງນັກຮຽນເຂົ້າຮຽນສາຍທຳມະຊາດຢູ່ວິທະຍາໄລຄູສະຫວັນນະເຂດໜ້ອຍກວ່າສາຍອື່ນ ເດັກອະນຸບານ ວິທະຍາໄລຄູສະຫວັນນະເຂດ ບໍ່ມັກໄປໂຮງຮຽນ ການບຳບັດນ້ຳເປື້ອນພາຍໃນ ວຄສ ເພື່ອນຳໃຊ້ເຂົ້າໃນວຽກງານສິ່ງແວດລ້ອມ ການພັດທະນາຄວາມຮູ້ວິຊາພູມສາດຂອງນັກສຶກສາຄູປີທີ 1 ສາຍວິທະຍາສາດສັງຄົມ ຄວາມສົນໃຈຂອງຄູພາສາອັງກິດຕໍ່ການວິໄຈໃນຊັ້ນຮຽນ ການພັດທະນາທັກສະການສອນຂອງຄູອາຈານໃນ ວິທະຍາໄລຄູສະຫວັນນະເຂດເພື່ອກຽມເປັນມະຫາວິທະຍາໄລ ສ້າງຄູໃນອະນາຄົດ ໂດຍ: ເກດສະໜາ ວົງຫາຈັກ |