09/12/2011 12:00:00 am - ບໍລິຈາກເລືອດໃຫ້ກັບສະພາກາແດງແຂວງສະຫວັນນະເຂດ ຈຳນວນ 89 ຖົງ |
ວັດຜົນ-ປະເມີນຜົນ![]() ວັນທີ 29 ພະຈິກ 2011 ທີ່ ສະໂມສອນ ວິທະຍາໄລຄູ ສະຫວັນນະເຂດ ຄູ-ອາຈານ ແລະ ນັກສຶກສາ ພາຍໃນແຕ່ລະສາຍຮຽນ ຂອງ ວິທະຍາໄລຄູ ສະຫວັນນະເຂດ ໄດ້ສະແດງອອກເຊິ່ງນ້ຳໃຈເສຍສະຫຼະອັນສູງສົ່ງຕໍ່ກັບສັງຄົມ ເຊິ່ງໄດ້ພາກັນບໍລິຈາກເລືອດໃຫ້ກັບສະພາກາແດງແຂວງສະຫວັນນະເຂດ (CROIX – ROUGE LAO) ເປັນຈຳນວນ 89 ຖົງ ໂດຍມີທ່ານ ບຸນຊູ ສຸລິເດດ ເປັນປະທານກ່າວເປີດ ແລະ ນີ້ເປັນຄັ້ງປະຫວັດສາດຂອງການບໍລິຈາກເລືອດເທົ່າທີ່ເຄີຍມີໃນ ວິທະຍາໄລຄູ ສະຫວັນນະເຂດ, ທັງເປັນການສ້າງຂະບວນການຕ້ອນຮັບ 2 ວັນສຳຄັນໃຫຍ່ຂອງຊາດ ຄື: ວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດທີ່ຈະມາເຖິງໃນໄວໆນີ້. |