09/12/2011 12:00:00 am - ສຳມະນາການປ້ອນຂໍ້ມູນລົງwebsiteໃຫ້ກັບພະນັກງານແຕ່ລະຫ້ອງການພາຍໃນ ວຄສ |
ວັດຜົນ-ປະເມີນຜົນ![]() ວັນທີ 16 - 17 ພະຈິກ2011 ທີ່ຫ້ອງປະຊຸມຊັ້ນສອງຂອງ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດສຳມະນາການປ້ອນຂໍ້ມູນລົງ website ວຄສ ໃຫ້ກັບພະນັກງານແຕ່ລະຫ້ອງການພາຍໃນ ວິທະຍາໄລຄູ ສະຫວັນນະເຂດ ປະຈຳພາກຮຽນທີI, ສົກຮຽນ2011 – 2012. ໂດຍການເປັນປະທານຂອງ ທ່ານ ກຶ່ງ ໄຊຍະສານ, ແລະ ທ່ານ ວິໄນ ສຸຂະຣາດ ຄະນະອຳນວຍການ ວິທະຍາໄລ ຄູສະຫວັນນະເຂດ. ວິທະຍາກອນ2 ທ່ານຄື: ທ່ານ ອະນຸໄຊ ສຸຂະຣາດ ແລະ ທ່ານ ມະນູສັກ ຈັດຕຸໄຊ ແລະ ສຳມະນາກອນ 31 ທ່ານຍິງ 9 ທ່ານ. ຈຸຸດປະສົງເພື່ອເປັນການກະຈາຍຕາໜ່າງການເຮັດວຽກລົງສູ່ແຕ່ລະຫ້ອງການສາຍ,ເພື່ອໃຫ້ວຽກງານຂ່າວສານພາຍໃນ ວິທະຍາໄລຄູ ສະຫວັນນະເຂດ ໃຫ້ມີລັກສະນະເດັ່ນຂຶ້ນທັງເປັນການພັດທະນາຄວາມຮູ້ໃຫ້ກັບບຸກຄະລາກອນໃຫ້ເຂັ້ມແຂງຂຶ້ນອີກດ້ວຍ. |