ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



18/10/2010 12:00:00 am - ພິທີເປີດການຮຽນ-ການສອນ ພາກພິເສດເສົາ-ອາທິດ ທີ່ແຂວງ ຄຳມ່ວນ
ວັດຜົນ-ປະເມີນຜົນ




ໃນຕອນເຊົ້າຂອງວັນທີ 16/10/2010 ທີ່ສະໂມສອນໃຫຍ່ໂຮງຮຽນການເມືອງການປົກຄອງ ແຂວງຄຳມ່ວນ ໄດ້ຈັດໃຫ້ມີພິທີ ເປີດການຮຽນ-ການສອນພາກພິເສດ ເສົາ-ອາທິດ ຂອງວິທະຍາໄລຄູ ສະຫວັນນະເຂດ ຮ່ວມກັບ ພະແນກສຶກສາທິການແຂວງ ຄຳມ່ວນ ຢ່າງເປັນທາງການຂື້ນ. ໂດຍເປັນກ່ຽດເຂົ້າຮ່ວມໃນພິທີດັ່ງກ່າວ ປະກອບມີ ທ່ານ ຄຳຜົງ ວົງສຸລາດ ຮອງຫົວໜ້າພະແນກສຶກສາທິການແຂວງ ຄຳມ່ວນ, ທ່ານ ບຸນຊູ ສຸລິເດດ ວ່າການແທນຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ, ທ່ານ ບຸນເຫຼື່ອມ ວໍລະສານ ຄະນະອຳນວຍການຝ່າຍ ສົ່ງເສີມວິຊາການ ວິທະຍາໄລຄູ ສະຫວັນນະເຂດ, ທ່ານ ວິໄນ ສຸກຂະລາດ ຄະນະອຳນວຍການຝ່າຍ ພັດທະນາຄູ ແລະ ວັດຜົນ-ປະເມີນຜົນ ວິທະຍາໄລຄູ ສະຫວັນນະເຂດ ແລະ ນອກນັ້ນຍັງມີ ບັນດາຫົວໜ້າຂະແໜງໃນພະແນກສຶກສາທິການແຂວງ, ຫົວໜ້າຫ້ອງການຕ່າງໆ ພາຍໃນວິທະຍາໄລຄູ ສະຫວັນນະເຂດ, ຄູອາຈານສອນພາກດັ່ງກ່າວ ແລະ ນັກຮຽນນັກສຶກສາຈຳນວນຫຼວງຫຼາຍເຂົ້າຮ່ວມພິທີດັ່ງກ່າວ.

ໂດຍໃນພິທີເລີ່ມຈາກການຮັບຝັງບົດສະຫຼູບຂອງການຮຽນ-ການສອນໃນສົກຮຽນຜ່ານມາ ແລະ ຜ່ານແຜນການໃນສົກຮຽນ 2010-2011 ໂດຍແມ່ນທ່ານ ບຸນເຫຼື່ອມ ວໍລະສານ ເປັນຜູ້ສະເໜີ. ຈາກນັ້ນແມ່ນການປະກອບຄຳຄິດຄຳເຫັນຂອງທ່ານ ບຸນຊູ ສຸລິເດດ ແລ້ວຕາມດ້ວຍການປະກອບຄຳເຫັນ ແລະ ໃຫ້ຄຳໂອວາດຂອງທ່ານ ຄຳຜົງ ວົງສຸລາດ ແລ້ວຈື່ງປິດທ້າຍດ້ວຍການຮັບຄຳໂອວາດຂອງນັກສຶກສາ. ພິທີດັ່ງກ່າວດຳເນີນໄປເປັນເວລາປະມານ 2 ຊົ່ວໂມງຈື່ງສຳເລັດ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ