24/11/2011 12:00:00 am - ຂະບວນປະສົບການຫ້ອງພາສາຫວຽດນາມທີ່ ສສຫວຽດນາມ |
ພາສາຕ່າງປະເທດ![]() ການເຄື່ອນໄຫວວຽກງນຂອງຂະບວນລົງປະສົບການ ນັກສຶກສາຫ້ອງ ພາສາຫວຽດນາມ ແຕ່ວັນທີ 20-27/11/2011 ຕອນເຊົ້າຂອງວັນທີ20/11/2011 ຂະບວນລົງປະສົບການຂອງຫ້ອງພາສາຫວຽດນາມທີ່ ສສຫວຽດນາມ ຊີ້ນຳນຳພາໂດຍຜູ້ນຳນວຍການວິທະຍາໄລຄູສະຫວັນນະເຂດໄດ້ອອກເດີນທາງຈາກວິທະຍາໄລຄູສະຫວັນນະເຂດ ເວລາ6:00 ນາທີ. ເວລາ10:30 ນາທີຂະບວນກໍ່ໄດ້ມາຮອດຊາຍແດນລາວ-ຫວຽດນາມທາງຄະນະຮັບຜິດຊອບເອກະສານກໍ່ໄດ້ເຂົ້າ ໄປແຈ້ງໜັງສືຜ່ານແດນ. ຫຼັງຈາກທີ່ແຈ້ງໜັງສືສຳເລັດເປັນທີ່ຮຽບຮ້ອຍຂະບວນເຂົ້າອອກເດີນທາງຕໍ່ໄປຍັງ ວິທະ ຍາໄລຄູກວາງຈິ. ຕອນເຊົ້າວັນທີ21/11/2011 ເວລາ: 8:00 ນາທີເຊິ່ງເປັນມື້ທີ່ສອງຂອງຄະນະນຳພາພ້ອມດ້ວຍ ນັກສຶກສາ ກໍ່ໄດ້ ເຮັດວຽກຮ່ວມກັບວິທະຍາໄລຄູກວາງຈິ. ໃນນັ້ນທັງສອງວິທະຍາໄລຄູກໍ່ໄດ້ຜ່ານແຜນການລະອຽດ ກ່ຽວກັບ ການລົງປະສົບການຂອງຫ້ອງພາສາຫວຽດນາມໃນຄັ້ງນີ້. ຮອດເວລາ: 11:00 ທາງຄະນະນຳພາທັງສອງສະຖາບັນພ້ອມດ້ວຍນັກສຶກສາທັງໝົດໄປຮັບປະທານອາຫານ ທ່ຽງທີ່ຮ້ານອາຫານ MeKhong. ເວລາ14:00 ທາງຄະນະນຳພາທັງສອງສະຖາບັນພ້ອມດ້ວຍນັກສຶກສາທັງໝົດໄດ້ລົງໄປເຮັດວຽກທີ່ ໂຮງຮຽນ ປະຖົມ ຫຼີ ຕຶ້ ຕຼ້ອງ ເຊີ່ງເປັນບ່ອນທີ່ນັກສຶກສາຈະລົງປະສົບການ. |