24/11/2011 12:00:00 am - ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກບໍລິຫານວິຊາການ ກັບ 2 ສະຖາບັນ |
ສົ່ງເສີມວິຊາການ![]() ໃນວັນທີ 16 / 11 / 2011 ເວລາ 1:30' ຄະນະຄູ - ອາຈານ 18 ທ່ານ ໄດ້ໄປຖອດຖອນບົດຮຽນກັບ ວິທະຍາໄລຄູສາລະວັນ ເຊິ່ງນຳພາໂດຍ ທ່ານ ອາຈານ ບຸນຊູ ສຸລິເດດ ຄະນະອຳນວຍການຝ່າຍກິດຈະກຳນັກສຶກສາ ພ້ອມດ້ວຍຄະນະຫ້ອງການວິຊາການ 2 ທ່ານ. ເຊິ່ງເປັນກຽດຕ້ອນຮັບໃນກອງປະຊຸມຄັ້ງນີ້ ແມ່ນມີ ທ່ານ ອາຈານ ຄຳວອນ ອິນທິລາດ ຜູ້ອຳນວຍການວິທະຍາໄລຄູສາລະວັນ ພ້ອມດ້ວຍຄະນະ ລວມທັງໝົດໃນກອງປະຊຸມ ແມ່ນມີ 34 ທ່ານ ຍິ່ງໄປກວ່ານັ້ນ, ທາງວິທະຍາໄລຄູຂອງພວກເຮົາກໍ່ໄດ້ມອບຂອງທີ່ລະລຶກ ແລະ ຖ່າຍຮູບຮ່ວມກັນ ຕໍ່ຈາກນັ້ນ,ທາງຄະນະຄູອາຈານ ຂອງພວກຮູ້ກໍ່ໄດ້ລົງເລີກຕາມໜ່ວຍງານທີ່ຕົນຮັບຜິດຊອບ ພາຍຫຼັງ, ການຖອດຖອນບົດຮຽນແລ້ວ ທາງຄະນະຄູ-ອາຈານ ແມ່ນໄດ້ມີການແຂ່ງຂັນກິລາເປຕັງ ຜົນການແຂ່ງຂັນ ສະຫຼູບວ່າ ວິທະຍາໄລຄູສາລະວັນ ເອົາຊະນະ ວິທະຍາໄລຄູສະຫວັນນະເຂດ ໃນຄະແນນ 8 ຕໍ່ 13 ພາຍຫຼັງ, ຈົບການແຂ່ງຂັນ ທາງຄະນະຄູ- ອາຈານ ທັງ 2 ສະຖາບັນກໍ່ໄດ້ມີພາເຂົ້າສະມັກຄີ ທີ່ ຮ້ານອາຫານ ໂຊກມີໄຊ. |