15/10/2010 12:00:00 am - ວຽກດີຄົນເດັ່ນ |
ວິທະຍາສາດສັງຄົມ![]() ຄົນດີຂອງສັງຄົມ ບັນດາທ່ານທັງຫຼາຍ ໃນວັນໜຶ່ງທ່ານເຄີຍທໍາດີແລ້ວຫຼືຍັງ ຄວາມດີເປັນສິ່ງທີ່ສັງຄົມຍ້ອງຍໍ ແລະ ສັນລະເສີນ ແຕ່ຄວາມດີແມ່ນມີໜ້ອຍທີ່ສຸດທີ່ຈະເກີດຂຶ້ນກັບທ່ານ ຖ້າຫາກທ່ານຍັງມີແນວຄິດທີ່ໂລບມາກໂລພາ, ມີກິເລດຕັນຫາ ແລະອື່ນໆ ດັ່ງຄໍາສຸພາສິດເພິ່ນເຄີຍເວົ້າວ່າ: ທໍາຄວາມດີສາມປີເກືອບບໍ່ເຫັນ ທໍາຄວາມຊົ່ວໜຶ່ງວິນາທີກໍໄດ້. (ຮູບ) ທ້າວ ບຸນຊົງ ໄຊປັນຍາ ຫ້ອງ 2 ຄະນິດສາດ ຂ (ຮູບ) ນ. ສຸວັນນາລີ 1 ຄ (9+3) (ຮູບ) ຈໍານວນເງິນ 1.100.000 ກີບ (ໜຶ່ງລ້ານໜຶ່ງແສນກີບ) ມື້ນີ້ຜູ້ຂຽນໄດ້ນໍາສະເໜີບຸກຄົນທີ່ມີຄຸນງາມຄວາມດີໃນສັງຄົມ. ນັ້ນກໍຄື ທ້າວ ບຸນຊົງ ໄຊປັນຍາ ເປັນນັກສຶກສາຂອງໂຮງຮຽນວິທະຍາໄລຄູສະຫວັນນະເຂດ ປັດຈຸບັນຮຽນຢູ່ສາຍວິທະຍາສາດທໍາມະຊາດ ຫ້ອງປີທີ 2 ຄະນິດສາດ ຂ ໄດ້ເກັບເງິນ ຈໍານວນ 1.100.000 ກີບ (ໜຶ່ງລ້ານໜຶ່ງແສນກີບ) ໃນຕອນຄໍ່າຂອງວັນທີ 30/9/2010 ເວລາປະມານ 7 ໂມງ ຫາ 8 ໂມງແລງ ທີ່ໄດ້ຕົກເຮ່ຍຕໍ່ໜ້າເຮືອນຫ້ອງແຖວຂອງຄູ - ອາຈານ ວິທະຍາໄລຄູສະຫວັນນະເຂດ (ຫຼັງນອກໂຮງຮຽນນອກຮົ້ວໂຮງຮຽນວິທະຍາໄລຄູສະຫວັນນະເຂດ) ມາໃນວັນທີ 1/10/2010 ເວລາປະມານ 10 : 10 ນາທີ ຜູ້ກ່ຽວໄດ້ນໍາເງິນຈໍານວນດັ່ງກ່າວມາສົ່ງຄືນເຈົ້າຂອງ ຢູ່ທີ່ຫ້ອງການກິດຈະກໍານັກສຶກສາ ໂດຍແມ່ນ ອາຈານ ບຸນຊູ ສຸລິເດດ ຮອງຜູ້ອໍານວຍການຝ່າຍກິຈະກໍານັກສຶກສາ ແລະ ຄູອາຈານພາຍໃນຫ້ອງການດັ່ງກ່າວເຂົ້າຢ່າງພ້ອມພຽງ ເພື່ອເປັນສັກຂີພິຍານ ໃນການການສົ່ງເງິນຈໍານວນດັ່ງ. ໃນໂອກາດດັ່ງກ່າວ ນາງ ສຸວັນນາລີ ນັກສຶກສາສາຍສ້າງຄູປະຖົມ 9+3 ຫ້ອງ 1 ຄ ເປັນຜູ້ທີ່ເຮັດເງິນຕົກເຮ່ຍ ລາວກໍມີຄວາມດີອົກດີໃຈ ແລະຂອບອົກຂອບໃຈຢ່າງລົ້ນເຫຼື່ອຕໍ່ ທ້າວ ບຸນຊົງ ໄຊປັນຍາ ນັກສຶກສາວິທະຍາໄລຄູ ສະຫວັນນະເຂດ ທີ່ມີຈິດໃຈບໍລິສຸດ. ທ້າວ ບຸນຊົງ ໄຊປັນຍາ ເກີດຢູ່ບ້ານແກ້ວວິໄລ (ຈຸດສຸມເມືອງວັງ) ເມືອງວິລະບູລີ ແຂວງ ສະຫວັນນະເຂດ ເປັນທີ່ສັງຄົມຍອມຮັບວ່າເປັນຄົນດີຂອງສັງຄົມ ທຸກຄົນຄວນເອົາເປັນແບບຢ່າງ ເພື່ອຮັດໃຫ້ສັງຄົມເຮົາມີຄວາມສະຫງົບ ແລະ ປອດໄພທຸກປະການ. ຄຸນສົມບັດຂອງຄົນດີມີຄື: ຄົນດີ ຊອບກໍ່ສ້າງ ທາງທີ່ຄວາມຈະເລີນ ຄົນດີ ມັກວາງໂຄງການ ເພື່ອລູກຫຼານພາຍໜ້າ ຄົນດີ ມັກຮໍ່າຮຽນຄວາມຮູ້ ຈິດໃຈພົມວິຫານ ສີ່ ຄົນດີ ມັກເຮັດພ້ອມປາກເວົ້າ ເປັນຢ້ຽມຢ່າງຜູ້ຕາມ ຄົນດີ ຊອບກ່າວເວົ້າ ຄໍາອ່ອນບໍ່ຂັດຫູ ຄົນດີ ບໍ່ຊອບນິນທາຂວັນ ບຽດບຽນຊາວບ້ານ ຄົນດີ ສັນລະເສີນຍ້ອງ ການກະທໍາຂອງຄົນອື່ນ ຄົນດີ ເຫັນໂລກກວ້າງ ແນະນໍາເພື່ອນໃຫ້ເຮັດຕາມ. ເກັບກໍາໂດຍ: ດອກຫວາຍ ສາຍເມືອງວັງ (ພອນສະຫວັນ) |