20/11/2011 12:00:00 am - ພິທີເປີດກອງປະຊຸມການຂຽນບົດ ແລະ ປ້ອງກັນບົດນັກສຶກສາຕໍ່ເນື່ອງພາກເສົາ-ອາທິດຢູ່ທ່າແຂກ |
ກິດຈະກຳນັກສຶກສາ![]() ໃນຕອນເຊົ້າຂອງວັນທີ 19 / 11 / 2011 ເວລາ 8 : 00 - 11 : 00 ທີ່ ສະໂມສອນ ໂຮງຮຽນມັດທະຍົມສົມບູນທ່າແຂກ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ ໄດ້ຮ່ວມພິທີເປີດກອງປະຊຸມສໍາມະນາການຂຽນບົດ ແລະ ປ້ອງກັນບົດໃຫ້ນັກສຶກສາຕໍ່ເນື່ອງປະລິນຍາຕີປີສຸດທ້າຍພາກເສົາ - ອາທິດ ໃນພິທີດັ່ງກ່າວພາຍໃຕ້ການເປັນຄະນະປະທານ ຂອງທ່ານ ບຸນຊູ ສຸລິເດດ ຮອງຜູ້ອໍານວຍການຝ່າຍກິດຈະການນັກສຶກສາ ແລະ ທ່ານ ບຸນເຫຼືອມ ວໍລະສານ ຮອງຜູ້ອໍານວຍການ ຝ່າຍວິຊາການ ວິທະຍາໄລຄູສະຫວັນນະເຂດ, ທ່ານ ຄໍາຜົງ ວົງສຸລາດ ແລະ ທ່ານນັນທະໄຊຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ພ້ອມດ້ວຍບັນດາທ່ານ ຫົວໜ້າຫ້ອງການ, ຄູອາຈານ ວິທະຍາໄລຄູສະຫວັນນະເຂດ ແລະ ນັກສຶກສາປະລິນຍາຕີ 3 ສາຍຮຽນທັງໝົດເຂົ້າຮ່ວມ |