17/11/2011 12:00:00 am - ພິທີເປີດກອງປະຊຸມໃຫຍ່ຄັ້ງທີ 3 ຂອງຄະນະໜ່ວຍພັກຫ້ອງການ ວ/ທ ຄັ້ງວັນທີ 16/11/2011 |
ວິທະຍາສາດທຳມະຊາດ![]() ກອງປະຊຸມໃຫ່ຍຄັ້ງທີ IIIຂອງໜ່ວຍພັກຫ້ອງການວິທະຍາສາດທຳມະຊາດໄດ້ດຳເນີນມາດ້ວຍບັນຍາກາດ ອັນຟົດຟື້ນແຈ່ມໃສ ໂດຍເລີ່ມຕົ້ນຕັ້ງແຕ່ເວລາ 13: 50 - 15: 50 ນາທີ ຂອງວັນທີ 16/11/2011 ຢູ່ທີ່ ຫ້ອງປະຊຸມຊັ້ນ IIຂອງວິທະຍາໄລຄູສະຫວັນນະເຂດພາຍໃຕ້ການເປັນປະທານຂອງສະຫາຍ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ວ.ຄ.ສ ພ້ອມທັງເປັນຜູ້ອຳນວຍການວິທະຍາໄລຄູສະຫວັນ ນະເຂດ ເປັນກຽດເຂົ້າຮ່ວມໃນກອງປະຊຸມໃຫຍ່ຄັ້ງນີ້ປະກອບມີ: ສະຫາຍ ນາງ ໄຊຊົມຊື່ນ ໂພທິສານ ຄະນະຈັດຕັ້ງພ້ອມທັງເປັນ ຄະນະກວດກາພັກ - ລັດ ສະຫາຍ ນາງ ບົວແກ້ວ ຊຸມພົນພັກດີ ເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດ ສະຫາຍ ບຸນປອນ ເພັດບຸນເຮືອງ ຄະນະຊາວໜຸ່ມຫ້ອງການວິທະຍາສາດທຳມະຊາດ ສະຫາຍ ນາງ ພູທອນ ຄ່ອງສະໄຫວ ຄະນະກຳມະບານຫ້ອງການວິທະຍາສາດທຳມະຊາດ ສະຫາຍ ນາງ ກຸຫຼາບທອງ ບົວສະຫວັນ ຄະນະແມ່ຍິງຫ້ອງການວິທະຍາສາດທຳມະຊາດ ສະຫາຍ ບຸນມີ ໄຊຍະສານ ເລຂາໜ່ວຍພັກຫ້ອງການອະນຸບານ-ປະຖົມ ແລະ ກິດຈະກຳນັກສຶກສາ ສະຫາຍ ສອນແກ້ວ ອຸ່ນປະເສີດ ເລຂາໜ່ວຍພັກຫ້ອງການວິທະຍາສາດສັງຄົມ ສະຫາຍ ສັງວານຄຳ ສິງເພັດໄຊປັນຍາ ຄະນະໜ່ວຍພັກຫ້ອງການ 2 ສະຫາຍ ອຳພອນ ຂາວເພຍສຸພົມ ຮອງເລຂາໜ່ວຍພັກຫ້ອງການພາສາຕ່າງປະເທດ ແລະສະຫາຍສະມາຊິກພັກສົມບູນຈຳນວນ9 ສະຫາຍ, ສຳຮອງ 02ສະຫາຍ, ຕະຫຼອດໄລ ຍະດຳເນີນກອງປະຊຸມບັນດາແຂກ, ຜູ້ແທນ ແລະ ສະມາຊິກພັກສົມບູນທີ່ໄດ້ເຂົ້າຮ່ວມໄດ້ສຸ່ມສະຕິປັນ ຍາ ແລະ ມີຄວາມຮັບຜິດຊອບສູງເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ສຳເລັດໄປດ້ວຍດີ ຈາກການຄົ້ນ ຄວ້າພິຈາລະນາໄດ້ຕົກລົງເອົາບັນຫາຕ່າງໆລຸ່ມນີ້: ຮັບຮອງເອົາບົດລາຍງານການເມືອງຂອງສະຫາຍເລຂາໜ່ວຍທີ່ຜ່ານຕໍ່ກອງປະຊຸມໃຫຍ່ຄັ້ງທີ IIIເຊິ່ງປະກອບດ້ວຍພາກສະຫຼຸບ ແລະ ພາກທິດທາງແຜນການເຄື່ອນໄຫວໃນພາກນີ້ໄດ້ກໍານົດທິດທາງໜ້າທີ່ລວມ ແລະ ໜ້າທີ່ລະອຽດຂອງແຕ່ລະດ້ານໂດຍສະເພາະແມ່ນວຽກປັບປຸງ ແລະ ກໍສ້າງພັກໃຫ້ກາຍເປັນໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ, ພ້ອມກັນນັ້ນກໍ່ຕ້ອງອາໄສມະຫາຊົນ ແລະ ສະມາຊິກພັກໜ່ວຍທັງໝົດ. ດ້ານນຳພາວິຊາການແມ່ນເລັ່ງໃສ່ເຮັດໃຫ້ໜ່ວຍພັກ ປະຕິບັດແຜນການຕ່າງໆຂອງຕົນໃຫ້ສຳ ເລັດຕາມລະດັບຄາດໝາຍທີ່ກຳນົດໄວ້. ກອງປະຊຸມໃຫຍ່ໄດ້ຮັບເອົາຜົນງານການປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ເຊິ່ງປະ ກອບມີຜູ້ສະໝັກ5 ສະຫາຍ, ຍິງ 1 ສະຫາຍ ໄດ້ເລືອກເປັນຄະນະໜ່ວຍຊຸດໃໝ່2ສະຫາຍ ສະຫາຍ: ນາງ ບົວແກ້ວ ຊຸມພົນພັກດີ ເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດ ສະຫາຍ: ສົມພົງ ສີຈັນທອງທິບ ຮອງເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດ ກອງປະຊຸມໄດ້ເປັນເອກະສັນມອບໝາຍໃຫ້ຄະນະຮາກຖານພັກຊຸດໃໝ່ທີ່ເລືອກຕັ້ງໃນກອງປະຊຸມໃຫຍ່ຄັ້ງນີ້ ຊີ້ນຳນຳພາໜ່ວຍພັກໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຂອງໜ່ວຍພັກ ໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຂອງໜ່ວຍພັກໃຫ້ສຳເລັດຜົນ. ກອງປະຊຸມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຟັງຄຳໂອ້ລົມຕັກເຕືອນຂອງສະຫາຍ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ວ.ຄ.ສ ພ້ອມທັງເປັນຜູ້ອຳນວຍການ ວິທະຍາ ໄລຄູສະຫວັນນະເຂດ ກອງປະຊຸມຖືເອົາການໂອ້ລົມຕັກເຕືອນນັ້ນເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີ່ຂອງແຕ່ລະສະຫາຍຮັບຜິດຊອບໃຫ້ສຳເລັດຜົນຢ່າງຈົບງາມ ເພື່ອເຮັດໃຫ້ໜ່ວຍພັກຫ້ອງການວິທະຍາສາດທຳມະຊາດເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ ກອງປະຊຸມຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງທີ່ຄະນະຮາກຖານພັກວິທະຍາໄລຄູສະຫວັນນະເຂດ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນຳນຳພາໜ່ວຍພັກຂອງພວກຂ້າພະເຈົ້າໃຫ້ສໍາເລັດໜ້າທີ່ຂອງຕົນຕາມການມອບໝາຍໃຫ້. ກອງປະຊຸມຂໍຊົມເຊີຍ ແລະ ສະແດງຄວາມຂອບໃຈມາຍັງຄະນະປະທານ, ຄະນະໜ່ວຍພັກ ອ້ອມຂ້າງທີ່ໄດ້ເຂົ້າຮ່ວມກອງປະຊຸມແຕ່ຕົ້ນຕະຫຼອດປາຍ. ກອງປະຊຸມຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ເອົາໃຈໃສ່ຊີ້ນຳນຳພາຕຳນິສົ່ງຂ່າວສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ໜ່ວຍພັກພວກຂ້າພະເຈົ້າເຮັດໜ້າທີ່ຂອງຕົນສຳເລັດຜົນ, ພ້ອມດຽວ ກັນນັ້ນກໍຮຽກຮ້ອງມາຍັງສະມາຊິກພັກທຸກທົ່ວໜ້າພາຍໃນໜ່ວຍພັກຈົ່ງພ້ອມກັນບຸກບືນເປັນເຈົ້າການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສຳເລັດຜົນຢ່າງຈົບງາມ. ທີ່ຫ້ອງການວິທະຍາສາດທຳມະຊາດ, ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກຫ້ອງການວິທະ ຍາສາດທໍາມະຊາດ |