ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



17/11/2011 12:00:00 am - ລົງກວດກາຫໍພັກດີເດັ່ນ ຄັ້ງວັນທີ 17 / 11 / 2011
ກິດຈະກຳນັກສຶກສາ


ໃນຕອນເຊົ້າຂອງວັນທີ 17 / 11 / 2011 ເວລາ 8 : 30 - 11 : oo ຄະນະຮັບຜິດຊອບກວດກາຫໍພັກດີເດັ່ນ ໃນ ວຄສ ຕາມໂຄງການພັດທະນາຄຸນນະພາບຫໍພັກ ປະຈໍາ ສົກຮຽນ 2011 - 2012 ເຊິ່ງມີ 2 ຈຸກວດກາຄື: ຈຸທີ 2 ແລະ ຈຸທີ 3 ພາຍໃຕ້ການຊີ້ນໍາຂອງຫ້ອງການກິດຈະການນັກສຶກສາ ( ໜ່ວຍງານຄຸ້ມຄອງນັກສຶກສາ ) ໃນການກວດກາຕົວຈິງຂອງຈໍານວນຫໍພັກ 7 ຕຶກເຫັນວ່າ ແຕ່ລະຫໍພັກໄດ້ເອົາໃຈໃສ່ໃນການປົກປັກຮັກສາ ແລະ ຄຸ້ມຄອງຫໍພັກໄດ້ດີເຊິ່ງສະແດງອອກ ຫໍພັກມີຄວາມສະອາດດີ ບໍ່ວ່າທາງໃນ ແລະ ບໍລິເວນອ້ອມນອກຫໍພັກ ແຕ່ກໍປາສະຈາກບໍ່ໄດ້ກ່ຽວກັບບາງບັນຫາເປັນຕົ້ນແມ່ນ ບາງຫໍພັກຍັງມີໄຍແມງມູມ, ກ້ອງຕຽງມີຂີ້ຝຸ່ນ, ມ້ຽນເຄື່ອງບໍ່ເປັນລະບຽບ ແລະ ຫ້ອງນໍ້າຍັງມີກິ່ນເໝັນ ສ່ວນບົດສະຫຼຸບລາຍງານຜົນກວດກາຈະແຈ້ງຕາມພາຍຫຼັງ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ