07/10/2010 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ຈັດພິທີເປີດສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ |
ວັດຜົນ-ປະເມີນຜົນ![]() ຕອນເຊົ້າຂອງວັນທີ 7/10/2010 ທີ່ສະໂມສອນວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີພິທີເປີດພາກຮຽນໃໝ່ ປະຈຳສົກຮຽນ 2010-2011 ຢ່າງເປັນທາງການຂື້ນ, ພ້ອມດ້ວຍ ພິທີຮັບນ້ອງໃໝ່ຂອງນັກສຶກສາ ແລະ ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 16 ປີ ວັນທີ 7 ຕຸລາ 2010. ໂດຍໃນພິທີດັ່ງກ່າວ ໄດ້ຮັບກຽດຈາກທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ເປັນປະທານ ພ້ອມກັບຄະນະ, ຫົວໜ້າຫ້ອງການ, ພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາ, ແຂກອ້ອມຂ້າງສະຖາບັນ ແລະ ແຂກຕ່າງປະເທດເຂົ້າຮ່ວມ ຢ່າງຫຼວງຫຼາຍ. ໂດຍໃນພິທີເລີ່ມຈາກຜູ້ອຳນວຍການ ຂື້ນຜ່ານບົດສະຫຼູບປະຈຳສົກຮຽນ 2009-2010 ແລ້ວຜ່ານແຜນການປະຈຳສົກຮຽນ 2010-2011, ຈາກນັ້ນແມ່ນພິທີຮັບນ້ອງໃໝ່ ແລະ ພິທີສະຫຼອງວັນຄູ ຕາມລຳດັບ. |