16/11/2011 12:00:00 am - ບໍລິສັດນ້ຳຕານມິດລາວມອບ 10,000 ບາດ ສົມທົບທຶນກໍ່ສ້າງ |
ວັດຜົນ-ປະເມີນຜົນ![]() ວັນທີ 8 ພະຈິກ 2011 , ເວລາ 14 ໂມງ 00 ນາທີ, ທີ່ຫ້ອງປະຊຸມຊັ້ນສອງວິທະຍາໄລຄູສະຫວັນນະເຂດ ໄດ້ມີຕົວແທນຈາກບໍລິສັດນ້ຳຕານມິດລາວ, ສະຫວັນນະເຂດໄດ້ເຂົ້າມາປະກອບສ່ວນໃນການສົມທົບທຶນການກໍ່ສ້າງອາຄານຮຽນຫຼັງໃໝ່ ຂອງ ວິທະຍາໄລຄູ ສະຫວັນນະເຂດ ເປັນຈຳນວນເງິນ 10,000 ບາດ. ເປັນກຽດຮັບໃນຄັ້ງນີ້ແມ່ນທ່ານ ກຶ່ງ ໄຊຍະສານ, ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ແລະຄະນະຫ້ອງການຈາກຫ້ອງການຕ່າງໆພາຍໃນ ວຄສ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ກັບບໍລິສັດມິດລາວທີ່ມີນ້ຳໃຈອົນດີທີ່ມາຊ່ວຍມອບທຶນສົມທົບໃຫ້ກັບ ວຄສ ເຮົາໃນຄັງນີ້, ທາງ ວິທະຍາໄລຄູສະຫວັນນະເຂດ ເອງກໍ່ໄດ້ມອບໃບສັນລະເສີນຈາກທ່ານຜູ້ອຳນວຍການກັບຄືນໃຫ້ບໍລິສັດນ້ຳຕານມິດລາວ ເພື່ອເປັນການຕອບແທນນ້ຳໃຈໃຫ້ກັບບໍລິສັດດັ່ງກ່າວ. ໃນຕອນທ້າຍ, ທັງສອງຝ່າຍກໍ່ຍັງຖືເອົາໂອກາດທີ່ດີງານແບບນີ້ຂໍສືບຕໍ່ສາຍສຳພັນທີດີຕະຫຼອດໄປ ບໍ່ວ່າຈະເປັນວຽກງານບໍລິຫານ ແລະວິຊາການ ໃຫ້ມີຄວາມກ້າວໜ້າຕະຫຼອດໄປ. ເວລາ 14 ໂມງ 30 ນາທີ ພິທີດັ່ງກ່າວກໍ່ໄດ້ສິ້ນສຸດລົງ. |