11/11/2011 12:00:00 am - ເພື່ອສະແດງຄວາມຂອບໃຈ |
ບໍລິຫານ![]() ໃນໂອກາດທີ່ທາງ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດງານຫາລາຍໄດ້ ເພື່ອສົມທົບທຶນກໍ່ສ້າງອາຄານຮຽນ 2 ຊັ້ນຫຼັງໃໝ່ ໃນຄັ້ງວັນທີ 5/11/2011 ເຊິ່ງຈົບລົງຢ່າງສວຍສົດງົດງາມ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ ຈາກພໍ່ແມ່ປະຊາຊົນ, ແຂກທັງຫຼາຍທີ່ເຂົ້າຮ່ວມ ດັ່ງນັ້ນ ວິທະຍາໄລຄູສະຫວັນນະເຂດ ຈຶ່ງຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງ ທີ່ທຸກທ່ານໄດ້ປະກອບສ່ວນເຂົ້າໃນການສົມທົບທຶນກໍ່ສ້າງໃນຄັ້ງນີ້ດ້ວຍ ແລະຂໍ ອ່ວຍພອນໄຊໃຫ້ບັນດາທ່ານຈົ່ງພົບແຕ່ຄວາມສຸກຄວາມຈະເລີນຕະຫຼອດໄປດ້ວຍເຖີ້ນ |