07/11/2011 12:00:00 am - ພິທີມອບ-ຮັບ ປື້ມຈາກສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ(ALC) ທີ່ຫໍສະໝຸດວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ໃນຕອນບ່າຍຂອງວັນຈັນ ວັນທີ 7/11/2011 , ທີ່ຫໍສະໝຸດວິທະຍາໄລຄູສະຫວັນນະເຂດ ໄດ້ມີການມອບປື້ມຈາກ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ໃນນັ້ນ ປື້ມທີ່ໄດ້ມອບ ແມ່ນ ເປັນປື້ມຄູ່ມືການສອນພາສາລາວແບບມ່ວນໆ ສຳລັບຊັ້ນປະຖົມສຶກສາ ແລະ ຈຳນວນ 100 ຫົວ ເຊີ່ງເປັນກຽດໃນພິທີມອບ-ຮັບ ປື້ມໃນຄັ້ງນີ້ ແມ່ນ ມີ ທ່ານ ບຸນເຫຼື່ອມ ວໍລະສານ ຄະນະອຳນວຍການຝ່າຍວິຊາການ ແລະ ທ່ານ ສຸກພັນສາ ພູພາສຸກ ຕົວແທນຈາກ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ພ້ອມຄະນະ ແລະ ຫົວໜ້າຫ້ອງການວິຊາການ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງການສ້າງຄູປະຖົມ-ອະນຸບານ ພ້ອມຄະນະ ແລະ ພະນັກງານຄູ-ອາຈານ ທີ່ປະຈຳການເຮັດວຽກໃນ ຫໍສະໝຸດ. |