25/10/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ສຳເລັດກອງປະຊຸມເຜີຍແຜ່ບົດຮຽນພາຍຫຼັງການເຝິກອົບຮົມທີ່ປະເທດເກົາຫຼີ |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 24/10/2011 ວິທະຍາໄລຄູສະຫວັນນະເຂດສຳເລັດກອງປະຊຸມເຜີຍແຜ່ບົດຮຽນພາຍຫຼັງການ ເຝິກອົບຮົມທີ່ປະເທດເກົາຫຼີ ເຊິ່ງໂດຍທ່ານ ອາຈານ ໂພໄຊ ພິລາວົງ ແລະ ມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 6 ທ່ານ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປໃນໄລຍະ 3 ຄາບ ເລີ່ມແຕ່ວັນທີ 19,21,24/10/2011 ຈຸດປະສົງຂອງກອງປະຊຸມເພຶ່ອເຜີຍແຜ່ ແລະ ຜັນຂະຫຍາຍເນື້ອໃນບົດຮຽນທີ່ໄດ້ຮັບຈາກການໄປເຝິກອົບຮົມໃນໄລຍະສອງເດືອນ ທີ່ປະເທດເກົາຫຼີໃນຫົວຂໍ້: EIU( Education for International Understanding), ICT ( Information for Communication Technology) ແລະ Research methods ໃຫ້ຄະນະຜູ້ບໍລິຫານ ແລະ ຄູອາຈານພາຍໃນວິທະຍາໄລຄູສະຫວັນນະເຂດໄດ້ນຳເອົາໄປເປັນບົດຮຽນ ແລະ ນຳໃຊ້ເຂົ້າໃນໜ້າທີ່ວຽກງານຂອງແຕ່ລະພາກສ່ວນ. - ກອງປະຊຸມ EIU, ICT, ເວົ້າກ່ຽວກັບຫົວຂໍ້ຕ່າງໆດັ່ງນີ້: 1. Education for International Understanding (EIU) ການສຶກສາເພື່ອເຂົ້າໃຈສາກົນ 2. ທັກສະການໃສ່ເອກະສານອ້າງອີງ. 3. ທັກສະການສ້າງ Presentation ໂດຍນຳໃຊ້ PowerPoint. 4. ທັກສະການສ້າງ Presentation (PowerPoint) ຜ່ານ Internet. - ຄວາມສຳຄັນຂອງການປະຊຸມຄື ເຂົ້າໃຈເນື້ອໃນການສຶກສາເພື່ອສາກົນໃນໄລຍະໃໝ່, ເພີ່ມທັກສະໃນການໃສ່ເອກະສານອ້າງອີງໃຫ້ສົມບູນແບບ, ໄວ ແລະ ຖືກຕ້ອງ. ນອກຈາກນັ້ນກໍ່ເປັນການເສີມທັກສະການສ້າງເອກະສານເພື່ອນຳສະເໜີໂດຍໃຊ້ແບບທຳມະດາ ແລະ ທັນສະໄໝ (ຜ່ານ Internet). |