18/10/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ເປີດບຳລຸງພາສາອັງກິດໃຫ້ຄະນະນຳຂອງ ວຄສ |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 10/10/2011 ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດບຳລຸງພາສາອັງກິດໃຫ້ຄະນະນຳຂອງ ວິທະຍາໄລຄູສະຫວັນນະເຂດ, ໂດຍນຳໃຊ້ງົບ ປະມານຂອງວິທະຍາໄລຄູສະຫວັນນະເຂດປະຈຳສົກຮຽນ 2011-2012. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ, ຍິງ 3 ທ່ານ. ກິດຈະກຳດັ່ງກ່າວໄດ້ດຳເນີນໃນທຸກໆຕອນບ່າຍຂອງວັນຈັນຈົນຮອດທ້າຍສົກຮຽນ (ເດືອນພຶດສະພາ ປີ2012). ຈຸດປະສົງໃນການບຳລຸງພາສາອັງກິດເພຶ່ອໃຫ້ຜູ້ເຂົ້າຮ່ວມສາມາດ: ເຂົ້າໃຈຫຼັກໄວຍະກອນລະດັບກາງ ນຳໃຊ້ຄຳສັບ ແລະ ສຳນວນໃດໜຶ່ງທີ່ພົວພັນກັບໜ້າວຽກໄດ້ ຂຽນປະໂຫຍກສັ້ນ ແລະ ແຕ່ງເລື່ອງງ່າຍດາຍ ເວົ້າພາສາອັງກິດໄດ້ໃນລະດັບຕົ້ນ |