05/10/2010 12:00:00 am - ຄະນະສະຫະພັນແມ່ຍິງແຂວງສະຫວັນນະເຂດ ເຂົ້າອ່ວຍພອນວັນຄູແຫ່ງຊາດ |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍຂອງວັນທີ 4/10/2010 ທ່ານ ນາງ ຄຳເພັງ ວິໄລທອງ ຄະນະສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະອຳນວຍການ ວິທະຍາໄລຄູ ສະຫວັນນະ ເຂດ . ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 16 ປີ ໃນວັນທີ 7 ຕຸລາທີ່ຈະມາເຖິງນີ້. ໂດຍມີທ່ານ ບຸນຊູ ສຸລິເດດ, ທ່ານ ວິໄນ ສຸຂະລາດ ຄະນະອຳນວຍການ ຕ່າງໜ້າຄະນະທັງໝົດ ພ້ອມກັບຄູອາຈານຈຳນວນໜື່ງ ເຂົ້າຮ່ວມຮັບຂອງຂວັນ ແລະ ຄຳອວຍພອນຈາກທ່ານຄະນະສະຫະພັນແມ່ນຍິງ ພ້ອມດຽວກັນນັ້ນ ໃນຕອນບ່າຍຂອງວັນທີ 5/10/2010 ປະທານສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອ່ວຍພອນຄະນະພັກ-ຄະນະອຳນວຍການ ວິທະຍາໄລຄູ ສະຫວັນນະເຂດເນື່ອງໃນວັນຄູແຫ່ງຊາດ ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດເຊັ່ນດຽວກັນ |