18/10/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ເປີດບຳລຸງພາສາຫວຽດນາມໃຫ້ຄະນະນຳຂອງ ວຄສ |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ18/10/2011 ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດບຳລຸງພາສາຫວຽດນາມໃຫ້ຄະນະນຳວິທະຍາໄລຄູສະຫວັນນະເຂດຂຶ້ນ, ໂດຍນຳໃຊ້ງົບ ປະມານຂອງວິທະຍາໄລຄູສະຫວັນນະເຂດປະຈຳສົກຮຽນ2011-2012. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ, ຍິງ 2 ທ່ານ. ກິດຈະກຳດັ່ງກ່າວໄດ້ດຳເນີນໃນທຸກໆຕອນບ່າຍຂອງວັນຄານຈົນຮອດທ້າຍສົກຮຽນ(ເດືອນພຶດສະພາປີ2012). ຈຸດປະສົງໃນການບຳລຸງພາສາຫວຽດນາມເພຶ່ອໃຫ້ຜູ້ເຂົ້າຮ່ວມສາມາດ: ເວົ້າພາສາຫວຽດນາມໄດ້ໃນລະດັບຕົ້ນ ເຂົ້າໃຈຫຼັກໄວຍະກອນຂັ້ນຕົ້ນ ນຳໃຊ້ຄຳສັບແລະສຳນວນໃດໜຶ່ງທີ່ພົວພັນກັບໜ້າວຽກ ຂຽນປະໂຫຍກສັ້ນແລະແຕ່ງເລື່ອງງ່າຍດາຍ ໂດຍ: ເກດສະໜາ ວົງຫາຈັກ |