12/10/2011 12:00:00 am - ກອງປະຊຸມປຶກສາຫາລືກ່ຽວກັບສຸຂະພາບຈະເລີນພັນ ຂອງສະຖາບັນ ສຸຂະພາບ ຈາກປະເທດຍີ່ປຸ່ນ ທີ່ຫ້ອງປະຊຸມຊັ້ນສອງ |
ສົ່ງເສີມວິຊາການ![]() ວັນທີ 11 / 10 / 2011 ເວລາ 1:30' ຂອງຕອນບ່າຍວັນຄານ ທີ່ຫ້ອງປະຊຸມຊັ້ນສອງ ຂອງ ວິທະຍາໄລຄູສະຫວັນນະເຂດ ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບ ສຸຂະພາບຈະເລີນພັນ ຂອງສະຖາບັນ ສຸຂະພາບ ຈາກປະເທດຍີ່ປຸ່ນ ເຊິ່ງໄດ້ເນັ້ນໃສ່ ລາຍວິຊາປະຊາກອນສຶກສາ ແລະ ວິຊາໂລກອ້ອມຕົວ ໂດຍມີການປະສານສົມທົບ ແລະ ການຮ່ວມມືກັບ ຄະນະສຶກສາສາດ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ສຸຂະພາາບ ຂອງປະເທດຍີ່ປຸ່ນ ເຊິ່ງເປັນກຽດເຂົ້າຮ່ວມໃນຄັ້ັ້ງນີ້ ແມ່ນມີ ທ່ານ: 1. ສາດສະດາຈານ ຊາກູລະ ຈາກ ສະຖາບັນ ສຸຂະພາາບ ຂອງປະເທດຍີ່ປຸ່ນ 2. ສາດສະດາຈານ ຊາອິ ຈາກ ສະຖາບັນ ສຸຂະພາາບ ຂອງປະເທດຍີ່ປຸ່ນ 3. ທ່ານ ອາຈານ ບຸນແສງ ກັນຍາວົງ ຄະນະບໍດີ ຄະນະສຶກສາສາດ ຂອງ ມະຫາວິທະຍາໄລແຫ່ງຊາດ 4. ທ່ານ ດຣ. ຫງວຍ ແກ້ວສະດາ ຈາກ ຄະນະສຶກສາສາດ ຂອງມະຫາວິທະຍາໄລແຫ່ງຊາດ 5. ທ່ານ ວິໄນ ສຸຂາລາດ ຄະນະອໍານວຍການຝ່າຍວັດ ແລະ ປະເມີນຜົນ 6. ທ່ານ ສັງວານຄໍາ ສິງເພັດໄຊປັນຍາ ຫົວໜ້າຫ້ອງການສົ່ງເສີມວິຊາການ 7. ທ່ານ ໂພໄຊ ພິລາວົງ ຮອງຫົວໜ້າຫ້ອງການພັດທະນາຄູ 8. ທ່ານ ເຫວດ ມົນທາທິລາດ ຮອງຫົວໜ້າຫ້ອງການວິທະຍາສາດສັງຄົມ 9. ທ່ານ ນາງ ຈັນສຸດາ ຈັນທິວົງ ຮອງຫົວໜ້າຫ້ອງການກິດຈະກໍານັກສຶກສາ 10.ທ່ານ ໜູພອນ ຈັນທະວົງ ຮອງຫົວໜ້າຫ້ອງການສ້າງຄູປະຖົມ - ອະນຸບານ ພ້ອມດ້ວຍຄະນະຄູອາຈານ ລວມທັງໝົດ ມີ 25 ທ່ານ ແລະ ຍິງ 12 ທ່ານ. |