08/10/2011 12:00:00 am - ການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 17 ປີ (1994 - 2011) ທີ່ວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ໃນວັນທີ່ 6 ເດືອນ 10 ປີ 2011ຕອນເຊົ້າຂອງວັນພະຫັດເວລາ 6:30' - 9:00' ທີ່ເດີນບານສົ່ງ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 17 ປີ (1994 -11) ຢ່າງເປັນຂະບວນ ເຊີ່ງເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ ມີ ທ່ານ ດຣ. ມີທອງ ສຸວັນວິໄຊ ກໍ່ໃຫ້ກຽດເຂົ້າຮ່ວມ, ທ່ານ ກຶງ ໄຊບະສານ ອໍານວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ ກໍ່ເປັນກຽດເຂົ້າຮ່ວມ, ຫົວໜ້າຫ້ອງການທັງ 10 ຫ້ອງການ, ພະນັກງານຄູອາຈານວິທະຍາໄລຄູ 180 ທ່ານ ແລະ ນັກສຶກສາ ທຸກສາຍຮຽນ 4500 ກວ່າຄົນ ກໍ່ເປັນກຽດເຂົ້າຮ່ວມ ພ້ອມກັນນັ້ນ, ພາຍໃນງານກໍ່ຍັງມີ ການຟັງປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ, ປະຫວັດຂອງນາຍຄູຄໍາ, ການມອບຂອງຂັວນ, ມອບເງິນສົມທົບທຶນໃນງານວັນຄູແຫ່ງຊາດຄັ້ງນີ້ ແລະ ການມອບໃບຍ້ອງຍໍສັນລະເສີນໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນ ຫຼັງຈາກນັ້ນ, ພິທີກໍ່ໄດ້ຈົບລົງ ພະນັກງານຄູ-ອາຈານ ແຕ່ລະຫ້ອງການກໍ່ໄດ້ ພາກັນແຂ່ງຂັນກິລາຫ້ອງການຢ່າງເປັນຂະບວນຟົພື້ນ |