27/09/2011 12:00:00 am - ກອງປະຊຸມເຝິກອົບຮົມການພັດທະນາຫຼັກສູດທ້ອງຖິ່ນ |
ວັດຜົນ-ປະເມີນຜົນ![]() ກອງປະຊຸມເຝິກອົບຮົມການພັດທະນາຫຼັກສູດທ້ອງຖິ່ນ ທີ່ ຫ້ອງປະຊຸມຊັ້ນ 2 ວິທະຍາໄລຄູ ສະຫວັນນະເຂດ ໃນຄັ້ງວັນທີ 24-26 ກັນຍາ 2011 ແຂກທີ່ເຂົ້າຮ່ວມກອງປະຊຸມປະກອບມີ: - ທ່ານ ຈັນດີ ພົມມະບຸດ ຫົວໜ້າ ກົມພາລະ ແລະ ສິລະປະສຶກສາ - ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ - ທ່ານ ສົມພູ ວິຈິດຕຣາ ຫົວໜ້າ ພະແນກສ້າງຄູ ກົມສ້າງຄູ - ຄູ-ອາຈານສອນປະຖົມ ລະບົບ 12+2 ທັງໝົດ 14 ທ່ານ, ຍິງ 8 ທ່ານ ( ວິທະຍາກອນ 3 ທ່ານ, ສຳມະນາກອນ 11 ທ່ານ ) ເຂົ້າຮ່ວມກອງປະຊຸມດັ່ງກ່າວ. # ຈຸດປະສົງຂອງກອງປະຊຸມ ເພື່ອຂະຫຍາຍຫຼັກສູດທ້ອງຖິ່ນທີ່ສອດແຊກ ແລະ ປ່ຽນແທນເຂົ້າໃນຫຼັກສູດຂອງກະຊວງສຶກສາທິການ ແລະ ຫຼັກສູດທ້ອງຖິ່ນມີຢູ່ 3 ລະດັບຄື : ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຊຸມຊົນ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ຈັນດີ ພົມມະບຸດ ໄດ້ໃຫ້ຄຳຄິດເຫັນຕໍ່ກອງປະຊຸມ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ. |