27/09/2011 12:00:00 am - ກອງປະຊຸມຜ່ານວິໄຈເພຶ່ອການພັດທະນາ ວິທະຍາໄລຄູສະຫວັນນະເຂດ |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 23/9/2011 ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມຜ່ານບົດວິໄຈເພື່ອການພັດທະນາຂຶ້ນທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 7 ທ່ານ, ໂດຍການເປັນປະທານຂອງທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ນອກນັ້ນ, ຍັງມີບັນດາຄະນະອຳນວຍການ, ຄະນະຫ້ອງການພັດທະນາຄູ, ຄະນະຫ້ອງການວິທະຍາສາດທຳມະຊາດ, ຄະນະຫ້ອງວິທະຍາສາດສັງຄົມ, ຄະນະກຳມະການໃຫ້ຄະແນນປ້ອງກັນບົດວິໄຈ ພ້ອມທັງຄູທີ່ເປິກສາການວິໄຈ ແລະ ນັກວິໄຈທັງ 3 ກຸ່ມ. ກອງປະຊຸມຄັ້ງນີ້ໄດ້ນຳໃຊ້ງົບປະມານປະຈຳສົກຮຽນ 2010-2011 ຂອງຫ້ອງການພັດທະນາຄູ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນຜ່ານບົດວິໄຈເພື່ອການພັດທະນາ ມີຫົວຂໍ້ວິໄຈດັ່ງນີ້: ການບຳບັດນ້ຳເປື້ອນໃນ ວິທະຍາໄລຄູສະຫວັນນະເຂດ ຄວາມຕ້ອງການ ແລະ ຄວາມສາມາດໃນການນຳໃຊ້ Internet ຂອງພະນັກງານຄູ ແລະ ນັກສຶກສາ ວິທະຍາໄລຄູສະຫວັນນະເຂດ ບັນຫາການອ່ານຂອງນັກສຶກສາ ໃນຕອນທ້າຍພິທີ ທ່ານ ກຶ່ງໄຊຍະສານ ໄດ້ໃຫ້ຄຳຄິດຄຳເຫັນຕໍ່ກອງປະຊຸມ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ ໂດຍ: ເກດສະໜາ ວົງຫາຈັກ |