23/09/2011 12:00:00 am - ຕ້ອນຮັບຄະນະຄູອາຈານແລະນັກສຶກສາຈາກແຂວງກວາງຊີ (ສ ປ ຈີນ) |
ວັດຜົນ-ປະເມີນຜົນ![]() ຄັ້ງວັນທີ 22 ກັນຍາ 2011,ເວລາ13 ໂມງ 30 ນາທີ, ທີ່ຫ້ອງປະຊຸມ ຊັ້ນ 2 ວິທະຍາໄລຄູສະຫວັນນະເຂດ ໄດ້ມີພິທີການຕ້ອນຮັບຄະນະຄູອາຈານ ແລະ ນັກສຶກສາ ຈາກແຂວງກວາງຊີ (ສ ປ ຈີນ) 1. ຜູ້ເຂົ້າຮ່ວມ - ຝ່າຍ ວຄສ ທ່ານບຸນຊູ ສຸລິເດດ ຮອງຜູ້ອຳນວຍການເປັນຜູ້ຕາງໜ້າຜູ້ອຳນວຍການ ເຂົ້າເປັນປະທານໃນພິທີຄັ້ງນີ້ ນອກນັ້ນກໍ່ມີຄູອາຈານແລະຄະນະຫ້ອງການພ້ອມນັກສຶກສາຈຳນວນໜຶ່ງເຂົ້າຮ່ວມ - ຝ່າຍ ສ ປ ຈີນ ນຳພາໂດຍທ່ານ ນາງ ຫຼິນ ຫຍົງໆ ຮອງຫົວໜ້າທີມງານຊາວຈີນພົ້ນທະເລ ແລະ ທ່ານຮອງສາດສະດາຈານ ອວງປ່າຍຈົ່ງ , ຄູອາຈານ ແລະ ນັກສຶກສາຈີນ (ກວາງຊີ) ຈຳນວນ 15 ຄົນ ແລະ ຄູອາຈານ ແລະ ນັກສຶກສາໂຮງຮຽນຈຸງເຕັກ ຈຳນວນ 17 ຄົນ 2. ຈຸດປະສົງຂອງການມາຄັ້ງນີ້້ແມ່ນ: - ຕ້ອງການຖອດຖອນບົດຮຽນຈາກວິທະຍາໄລຄູ ສະຫວັນນະເຂດ ມີດັ່ງນີ້: 1. ປະຫວັດຄວາມເປັນມາຂອງ ວິທະຍາໄລຄູ ສະຫວັນນະເຂດ 2. ສະພາບການຮຽນ - ການສອນ 3. ທ່ຽວຊົມຫ້ອງສະໝຸດ, ຫ້ອງທົດລອງ ແລະ ຫ້ອງຮຽນຕ່າງໆ - ສິ່ງທາງວິທະຍາໄລຄູ ສະຫວັນນະເຂດ ສາມາດສະເໜີ ມີເນື້ອໃນດັ່ງລຸ່ມນີ້: 1. ຂໍທຶນໄປຮຽນຕໍ່ໃຫ້ກັບພະນັກງານ 2. ຂໍທຶນໄປເຝິກອົບຮົມ ແລະ ຖອດຖອນບົດຮຽນ ໃນເວລາ 14 ໂມງ 30 ນາທີພິທີດັ່ງກ່າວໄດ້ສິ້ິ້ນສຸດລົງດ້ວຍຄວາມສຳພັນທີ່ດີຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ທັງສອງຝ່າຍກໍ່ໄດ້ມີການແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະ ກັນ. ກ່ອນຈະກັບທາງຄະນະຄູອາຈານແລະນັກສຶກສາຈາກ ແຂວງກວາງຊີ (ສ ປ ຈີນ ) ກໍ່ໄດ້ຖືໂອກາດເລາະຊົມທິວທັດ, ອາຄານຮຽນສະຖານທີ່ຕ່າງໆ ລວມທັງຫໍສະມຸດຂອງວິທະຍາໄລຄູອີກດ້ວຍ ເວລາ 15 ໂມງ 00 ນາທີ ທາງຄະນະຄູ-ອາຈານ ແລະ ນັກສຶກສາ ຈາກ ແຂວງກວາງຊີ (ສ ປ ຈີນ ) ກໍ່ໄດ້ເດີນທາງກັບທີ່ພັກດ້ວຍຄວາມປອດໄພ |