25/09/2010 12:00:00 am - ເລີ່ມການຮຽນ-ການສອນ ສົກຮຽນ 2010-2011 ວິທະຍາໄລຄູ ສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ເລີ່ມແຕ່ວັນທີ 01/09/2010 ເປັນຕົ້ນມາ ວິທະຍາໄລຄູ ສະຫວັນນະເຂດ ໄດ້ເປີດການຮຽນ-ການສອນ ສຳລັບສົກປີ 2010-2011 ຢ່າງ ເປັນທາງການ ໂດຍສະເພາະແມ່ນນັກສຶກສາປີທີ 2 ແລະ 3 ແມ່ນໄດ້ພ້ອມພາກັນມາລົງທະບຽນ ຢ່າງເປັນຄະບວນ ແລະ ຮຽນໄປ ພ້ອມໆກັນ. ສຳລັບນັກສຶກສາປີທີ 1 ແມ່ນໄດ້ເລີ່ມຮຽນແຕ່ວັນທີ 19/09/2010 ເປັນຕົ້ນມາ. ແຕ່ຮອດປະຈຸບັນນີ້ກໍ່ຍັງມີນັກສຶກສາ ຈຳນວນໜື່ງທີ່ຍັງມາລົງທະບຽນຮຽນຢ່າງບໍ່ຂາດ ເຮັດໃຫ້ຄູອາຈານ-ພະນັກງານ ຜູ້ຮັບຜິດຊອບ ການລົງທະບຽນ ຕ້ອງໄດ້ປະຕິບັດ ໜ້າທີ່ຂອງຕົ້ນ ທຸກໆວັນ ແຕ່ວັນຈັນ ເຖິງ ວັນອາທິດ |