ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



17/09/2011 12:00:00 am - Neighboring Language and Cultural Training Program
ວິທະຍາສາດສັງຄົມ


ເມື່ອວັນທີ 1/9/2011 ເວລາ 15 : 00 ນາທີ ຄະນະອຳນວຍການວິທະຍາໄລຄູສະຫວັນນະເຂດເຊິ່ງປະກອບ ທ່ານ ກື່ງ ໄຊຍະສານ ຜູ້ອຳນວຍການ, ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະການນັກສຶກສາ ພ້ອມດ້ວຍຄູສອນ 1 ທ່ານ ຄື ທ່ານ ສົມດີ ຕິມາລາ ຄູສອນພາສາລາວ ໄດ້ເຂົ້າຮ່ວມພິທີເປີດໂຄງການ Neighboring Language and Cultural Training Programທີ່ມະຫາວິທະຍາໄລລາຊະພັດບ້ານສົມເດັດເຈົ້າພະຍາ ແຫ່ງລາຊະອານາຈັກໄທ, ປະເທດທີ່ເປັນກຽດເຂົ້າຮ່ວມໃນໂຄງການນີ້ປະກອບດ້ວຍ: ປະເທດໄທ, ປະເທດລາວ, ປະເທດກຳປູເຈຍ, ປະເທດຫວຽດນາມ, ປະເທດມາເລເຊຍ, ປະເທດອິນໂດເນເຊຍ, ປະເທດຈີນ, ປະເທດ ຟິລິປິນ, ປະເທດອິນໂນເນເຊຍ ແລະ ປະເທດມຽນມາ.

ຈຸດປະສົງຂອງໂຄງການແມ່ນເພື່ອຮ່ວມສາຍພົວພັນທາງດ້ານການສຶກສາລະຫວ່າງກຸ່ມປະເທດອາຊ້ຽນ ແລະ ທັງເປັນການແລກປ່ຽນຄວາມຮູ້ທາງດ້ານພາສາຂອງປະເທດໄກ້ຄຽງໃຫ້ແກ່ນັກສຶກສາມະຫາວິທະຍາໄລລາຊະພັດບ້ານສົມເດັດເຈົ້າພະຍາ ພ້ອມທັງມີການແລກປ່ຽນວັດທະນະທຳລະຫວ່າງຊາດອາຊ້ຽນດ້ວຍກັນ.

ວິທະຍາໄລຄູສະຫວັນນະເຂດແມ່ນເປັນຄັ້ງທຳອິດທີ່ຖືກເຊື້ອເຊີນເຂົ້າຮ່ວມໂຄງການດັ່ງກ່າວ ແລະ ທາງວິທະຍາໄລຄູສະຫວັນນະເຂດໄດ້ສົ່ງອາຈານ 1 ທ່ານ ເຂົ້ວຮ່ວມກິດຈະກຳໃນການສອນພາສາລາວໃຫ້ແກ່ນັກສຶກສາມະຫາວິທະຍາໄລລາຊະພັດບ້ານສົມເດັດເຈົ້າພະຍາ ຄືທ່ານ ສົມດີ ຕິມາລາເພື່ອຖາຍທອດພາສາລາວໃຫ້ນັກສຶກສາປະເທດເພື່ອບ້ານໄດ້ຮູ້ຈັກ ໂຄງການດັ່ງກ່າວແມ່ນໄດ້ເລີ່ມແຕ່ວັນທີ 1-10/9/2011 ຈື່ງໄດ້ສຳເລັດ.

ໃນຕອນແລງຂອງວັນດຽວກັນທາງຄະນະອະທິການບໍດີມະຫາວິທະຍາໄລລາຊະພັດບ້ານສົມເດັດເຈົ້າພະຍາ ພ້ອມດ້ວຍຄູ-ອາຈານ ໄດ້ຮ່ວມສັງສັນງານລ້ຽງທີ່ຮ້ານອາຫານເຮຶອແພລ່ອງຕາມແມ່ນ້ຳເຈົ້າພະຍາອີກດ້ວຍ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ