16/09/2011 12:00:00 am - ພົນລະເມືອງດີເກັບກະເປົາເງີນແລ້ວສົ່ງຄືນເຈົ້າຂອງ |
ກິດຈະກຳນັກສຶກສາ![]() ໃນໄລຍະເດືອນທີ່ຜ່ານມາໄດ້ມີພົນລະເມືອງດີຊື່ ທ່ານສີທົງ ສິງສຸວົງ ເຊິ່ງ ເປັນປະຊາຊົນບ້ານນາເລົ່າເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ ອາຊີບຄ້າຂາຍໄດ້ເກັບກະເປົາເງີນຂອງນາງຈັນສຸດາ ເຊິ່ງເປັນນັກສຶກສາຮຽນຢູ່ ຫ້ອງ2 ຂ ສາຍພູມສາດ- ປະຫວັດສາດ ວິທະຍາໄລຄູສະຫວັນນະເຂດ ເຊິ່ງໃນກະເປົາປະກອບມີເງີນບາດ, ເງີນຢວນ, ເງີນໂດລາ ແລະ ເງີນກີບຈຳນວນໜຶ່ງ. ມາໃນວັນທີ14 ກັນຍາ2011 ທ່ານສີທົງ ສິງສຸວົງ ພອ້ມດວ້ຍຄອບຄົວກໍ່ໄດ້ສົ່ງມອບກະເປົາເງີນດັ່ງກ່າວໃຫ້ເຈົ້າຂອງຄືນໂດຍຊ້ອງໜ້າບັນດາ ທ່ານຄູ- ອາຈານພານຍໃນວິທະຍາໄລຄູສະຫວັນນະເຂດ. ເຊິ່ງເປັນສິ່ງທີ່ໜ້າພາກພູມໃຈ ທາງວິທະຍາໄລຄູສະຫວັນນະເຂດກໍ່ຂໍຍ້ອງຍໍຊົມເຊີຍມາຍັງ ທ່ານສີທົງ ສິງສຸວົງ ທີ່ມີນ້ຳໃຈອັນປະເສີດໃນການປະກອບສ່ວນ ຊ່ວຍເຫຼືອສັງຄົມ ແລະ ທາງວິທະຍາໄລຄູສະຫວັນນະເຂດແມ່ນນຈະໄດ້ມອບໃບບສັນລະເສີນໃຫ້ແກ່ທ່ານໃນໂອກາດຕໍ່ໄປ. |