ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



13/09/2011 12:00:00 am - ສູນຕັດຜົມ ວ.ຄ.ສ ກຽມພ້ອມໃຫ້ບໍລິການແລ້ວ
ກິດຈະກຳນັກສຶກສາ


ເພື່ອເປັນການສຶບຕໍ່ວຽກງານສູນຕັດຜົມ ພາຍໃນສົກຮຽນ 2010 – 2011 ໃຫ້ດີຂຶ້ນເທື່ອລະ

ກ້າວເພື່ອກະກຽມຮັບໃຊ້ບໍລິການຕັດຜົມຊາຍໂດຍບໍ່ໄດ້ເສຍຄ່າ ໃນສົກຮຽນ 2011 – 2012

ໃຫ້ມີປະສິດຕິພາບກວ່າເກົ່າ ສະນັ້ນ ມາໃນຕອນບ່າຍຂອງວັນທີ 13 ກັນຍາ 2011 ເວລາ

14 ໂມງ 00 ນາທີ ທີ່ຫ້ອງການກິດຈະການນັກສຶກສາ ໄດ້ມີການລວມສະມາຊິກສູນຕັດຜົມ ໂດຍການ

ເຂົ້າຮ່ວມຂອງ ທ່ານ ຄຳໄຫວ ຫຼວງສະລາດ ຫົວໜ້າໜ່ວຍງານກິດຈະກຳນັກສຶກສາ,

ທ່ານ ໄລພອນ ພັນມະເຫສັກ ຊ່ວຍໜ່ວຍງານກິດຈະກຳ ຜູ້ຊີ້ນຳສູນຕັດຜົມ ພ້ອມດ້ວຍສະມາຊິກເຂົ້າ

ຮ່ວມຈຳນວນ 13 ຄົນ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນການລວມຄັ້ງນີ້, ອ.ຈ ໄລພອນ ພັນມະເຫສັກ

ໃນນາມຜູ້ຮັບຜິດຊອບວຽກງານຕົວຈິງໄດ້ໂອ້ລົມຕໍ່ສະມາຊິກໃນຫຼາຍບັນຫາເພື່ອເປັນທິດໃນການປະຕິບັດວຽກ

ຂອງສະມາຊິກເຊິ່ງສັງລວມໄດ້ຫຼາຍບັນຫາດັ່ງນີ້ :

- ຈັດຕາຕະລາງລົງປະຈຳສູນໃນແຕ່ລະວັນ.

- ຈັດຕັ້ງຫົວໜ້າສູນຕັດຜົມສົກຮຽນໃໝ່ເພື່ອເຮັດວຽກໃນເປັນລະບົບ.

- ເໜັ້ນໜັກການລົງປະຈຳການຂອງສະມາຊິກໃຫ້ເປັນໂມງເປັນເວລາ, ເປັນແບບຢ່າງອັນດີທາງດ້ານ

ລະບຽບຂອງຊົງຜົມ.

- ຮັບເອົາຂໍ້ສະເໜີຕ່າງໆທີ່ສະມາຊິກໄດ້ນຳສະເໜີເພື່ອປັບປຸງ.

- ການສ້າງຜູ້ສຶບທອດທົດແທນຜູ້ທີ່ໄກ້ຈະລົງເຝິກງານ.

ໃນຕອນທ້າຍ, ອ.ຈ ຄຳໄຫວ ຫຼວງສະລາດ ຫົວໜ້າໜ່ວຍງານກິດຈະກຳໄດ້ໂອ້ລົມບາງບັນຫາ

ກ່ຽວກັບວຽກສູນຕັດຜົມໃນນັ້ນທ່ານໄດ້ຍົກເຖິງບັນຫາທີ່ສຳຄັນເລື່ອງບົດບາດຄວາມສຳຄັນຂອງ

ວຽກງານການໃຫ້ບໍລິການສູນຕັດຜົມໃຫ້ສືບຕໍ່ໃຫ້ເປັນລະບົບຕໍ່ເນື່ອງ ພ້ອມທັງສ້າງຜົນງານໃຫ້ຄຽງ

ຄູ່ກັບການຮຽນ - ການສອນ, ການສ້າງຜົນງານເຂົ້າອົງການຈັດຕັ້ງຕ່າງໆ ແລະ ການກ້າວ

ໄປເຖິງສ້າງປະສົບການໃຫ້ຕົນເອງຈົນສາມາດກ້າວເປັນຊ່າງມືອາຊີບໄດ້ໃນຕໍ່ໜ້າ ໃຫ້ແທດເໝາະ

ກັບແນວທາງການສ້າງຄູຂອງວິທະຍາໄລຄູສະຫວັນນະເຂດ ວ່າ ນັກສຶກສາທຸກຄົນທີ່ຈົບອອກໄປ ບໍ່

ພຽງແຕ່ໄດ້ພຽງໃບປະກາດ ແລະ ຄະແນນ ຫຼື ວຽກວິຊາການເທົ່ານັ້ນ ແຕ່ຕ້ອງຍັງມີອາຊີບເສີມອອກໄປ

ອີກດ້ວຍໂດຍສະເພາະແມ່ນ ກະເສດສຶກສາ, ໂຄສົກ, ຕັດຜົມ, ຕັດຫຍິບ, ເສີມສວຍ... ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມໃຫ້ໄດ້ດີເທື່ອລະກ້າວ. ໃນຕອນທ້າຍ, ນອກຈາກລວມປັບປຸງວຽກງານແລ້ວ ສະມາຊິກສູນຕັດຜົມ ຍັງໄດ້ພ້ອມພຽງກັນອອກແຮງງານອະນາໄມລວມຂອບເຂດສູນຕັດຜົມເພື່ອຄວາມສະອາດຈົບງາມອີກ

ດ້ວຍ.



ເກັບກຳໂດຍ : ໄລພອນ ພັນມະເຫສັກ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ