06/09/2011 12:00:00 am - ເຝິກອົບຮົມການໃຫ້ຄໍາເປິກສາທີ່ມີປະສິດທິພາບແກ່ຄູ-ອາຈານ ສອນໃນ 8 ສະຖາບັນສ້າງຄູ |
ກິດຈະກຳນັກສຶກສາ![]() ໃນລະຫວ່າງວັນທີ 22-26/08/2011 ຜ່ານມານີ້ ໄດ້ມີຄູ-ອາຈານຈາກວິທະຍາໄລຄູສະຫວັນນະເຂດ ຈໍານວນ 04 ທ່ານ, ຍິງ 02 ທ່ານ ເຂົ້າຮ່ວມເຝິກອົບຮົມການໃຫ້ຄໍາເປິກສາແກ່ໄວໜຸ່ມຜູ້ທີ່ມີບັນຫາດ້ານສຸຂະພາບໃນປະເທດລາວ ເວົ້າລວມ ເວົ້າສະເພາະ ບັນຫາຂອງໄວໜຸ່ມໃນແຕ່ລະສະຖາບັນ. ນອກນັ້ນ ຍັງໄດ້ຮຽນຮູ້ວິທີໃຫ້ຄໍາເປິກສາທີ່ມີປະສິດທິພາບ, ຈັນຍາບັນ ແລະ ທັກສະຕ່າງໆຂອງຜູ້ໃຫ້ຄໍາເປິກສາ. ພ້ອມນັ້ນ ຍັງໄດ້ຮຽນຮູ້ວິທີສົ່ງຜູ້ທີ່ມີບັນຫາດ້ານສຸຂະພາບໃຫ້ແກ່ອົງການທີ່ກ່ຽວຂ້ອງ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວແມ່ນ ທ່ານ ດຣ. ມີທອງ ສຸວັນມີໄຊ ຫົວໜ້າກົມສ້າງຄູ, ທ່ານ ດຣ. ໂຈໂຈ (Jojo) ຊ່ຽວຊານປະຈໍາໂຄງການ UNFPA ແລະ ວິທະຍາກອນມາຈາກກົມສ້າງຄູ. |