06/09/2011 12:00:00 am - ການເຜີຍແຜ່ລະບຽບໃຫ້ນັກສຶກສາທີ່ນອນໃນຫໍພັກພາກພັກທ້າຍປີຮຽນ |
ກິດຈະກຳນັກສຶກສາ![]() ໃນລະຫວ່າງວັນທີ 05-06/07/2011 ຜ່ານມານີ້ ທາງຫ້ອງການກິດຈະການນັກສຶກສາໄດ້ມີການເຜີຍແຜ່ລະບຽບໃຫ້ນັກສຶກສາພາກພັກທ້າຍປີຮຽນ ທີ່ນອນໃນຫໍພັກ ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດເຂົ້າຮ່ວມ ເຊິ່ງທ່ານໄດ້ເນັ້ນໜັກເຖິງການດໍາລົງຊີວິດຂອງນັກສຶກສາທີ່ນອນໃນຫໍພັກຕ້ອງປະຕິບັດຕາມກົດລະບຽບວາງອອກຄື: ເຂົ້າຫໍພັກ-ອອກຫໍພັກຕ້ອງປະຕິບັດຕາມໂມງເວລາ, ການກິນຕ້ອງໃຫ້ຖືກຕ້ອງຕາມຫຼັກໂພສະນາການ ແລະ ການນຸ່ງຖືໃນຫໍພັກ. ນອກນັ້ນ ຍັງໄດ້ເວົ້າເຖິງການສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນຄຸນະພາບ ແລະ ໂຮງຮຽນທີ່ມີສະພາບແວດລ້ອມທີ່ສວຍງາມ. |