05/09/2011 12:00:00 am - ວ.ຄ.ສ ກ່າວເປີດສົກຮຽນ 2011 - 2012 ແລ້ວ |
ວັດຜົນ-ປະເມີນຜົນ![]() ເວລາ 7 ໂມງ 30 ນາທີ, ວັນທີ 5 ກັນຍາ 2011, ທີ່ເດີ່ນເສົາທຸງວິທະຍາໄລຄູສະຫວັນນະເຂດ ໄດ້ກ່າວເປີດການຮຽນ-ການສອນ ໃນສົກຮຽນ 2011 - 2012 ຢ່າງເປັນທາງການ ສຳລັບ ນັກສຶກສາ ຊັ້ນປີທີ 2 ແລະ ປີທີ່ 3 ລະບົບຄູທຸກສາຍຮຽນ. ໃນການກ່າວເປີດຄັ້ງນີ້ແມ່ນທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະກຳນັກສຶກສາ, ວ່າການແທນຜູ້ອຳນວຍການ ເປັນປະທານ ແລະ ມີບັນດາ ຫົວໜ້າຫ້ອງການ, ຄະນະຫ້ອງການ, ຄູອາຈານ ແລະ ບັນດານັກຮຽນ ຊັ້ນປີທີ 2 ແລະ 3 ເຂົ້າຮ່ວມ. ໃນນັ້ນ ທ່ານໄດ້ເຜີຍແຜ່ວຽກ: 1. ກົດລະບຽບຕ່າງໆໃຫ້ກັບນັກສຶກສາຮັບຮູ້ແລະພ້ອມໃຈກັນປະຕິບັດຢ່າງຖືກຕ້ອງ. 2. ຊ່ວຍກັນຮັກສາສິ່ງແວດລ້ອມພາຍໃນຫ້ອງຮຽນ ແລະ ວ.ຄ.ສ ໃຫ້ສະອາດງາມຕາ. 3. ຕິດຕາມຕາຕະລາງການຮຽນ-ການສອນ. ເວລາ 8 ໂມງ 00 ນາທີ ພິທີເຄົາລົບທຸງກໍ່ໄດ້ສິ້ນສຸດລົງ |