02/09/2011 12:00:00 am - ວ.ຄ.ສ ນຳໃຊ້ລະບົບການລົງທະບຽນແບບໃໝ່ ສົກຮຽນ 2011-2012 |
ວັດຜົນ-ປະເມີນຜົນ![]() ໃນພາກພັກທ້າຍປີຮຽນ ຊັ້ນສູງ ແລະ ປະລິນຍາຕີຕໍ່ເນື່ອງ ຂອງສົກຮຽນ 2010-2011 ທີ່ຜ່ານມາ ວິທະຍາໄລຄູສະຫວັນນະເຂດ ໄດ້ທົດສອບລະບົບລົງທະບຽນນັກສຶກສາແບບໃໝ່ທີ່ສ້າງຂຶ້ນໂດຍ ຫ້ອງການວັດຜົນ-ປະເມີນຜົນ. ຈາກການທົດລອງນຳໃຊ້ລະບົບດັ່ງກ່າວ ເຮັດໃຫ້ລະບົບການລົງທະບຽນຂອງນັກສຶກສາມີຄວາມສະດວກສະບາຍຂຶ້ນ ແລະ ສາມາດກວດສອບຄວາມຜິດພາດຂອງຂໍ້ມູນທີ່ຢູ່ໃນຖານໄດ້ (TEMIS). ສົກຮຽນ 2011-2012 ທາງໂຮງຮຽນນຳໃຊ້ລະບົບການລົງທະບຽນແບບໃໝ່ເຂົ້າມານຳໃຊ້ ໂດຍໂປຣແກຣມ TEMIS ຖືກປັບປຸງໃຫ້ສອດຄ່ອງກັບການນຳໃຊ້ຕົວຈິງ. ໄດ້ນຳໃຊ້ລະບົບ BARCODE ເຂົ້າມານຳໃຊ້ ເຮັດໃຫ້ຂັ້ນຕອນການເຂົ້າລະຫັດນັກສຶກສາ ແລະ ການຄິດໄລ່ຄ່າລົງທະບຽນສະດວກວ່ອງໄວຍິ່ງຂຶ້ນ. ທີມງານພັດທະນາລະບົບການລົງທະບຽນໃຫ້ຄຳເຫັນວ່າ: "ຈາກການນຳໃຊ້ລະບົບການລົງທະບຽນແບບໃໝ່ນີ້ ເຮັດໃຫ້ເວລາໃນການລົງທະບຽນນັກສຶກສາໄວຂຶ້ນຫ້າເທົ່າຂອງລະບົບການລົງທະບຽນດ້ວຍໂປຣແກຣມ TEMIS ທີ່ເຄີຍນຳໃຊ້ໃນປີກ່ອນ, ທັງຮັບປະກັນຄວາມຖືກຕ້ອງຂອງການບັນທຶກສະຖິຕິນັກສຶກສາເຂົ້າຖານຂໍ້ມູນ ເຊິ່ງໃນສອງມື້ທີ່ຜ່ານມາ (ວັນທີ 1-2 ກັນຍາ 2011) ເຮົາສາມາດລົງທະບຽນນັກສຶກສາໄດ້ 490 ຄົນ ແລະ ຄາດວ່າຈະລົງທະບຽນນັກສຶກສາໄດ້ສຳເລັດໝົດທຸກຄົນພາຍໃນເດືອນກັນຍານີ້." |