30/08/2010 12:00:00 am - ເວັບໄຊຂອງວິທະຍາໄລຄູ ສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ເວັບໄຊນີ້ແມ່ນຖຶກສ້າງຂື້ນເພື່ອຈຸດປະສົງນຳສະເໜີ ຜົນງານການຈັດ ການຮຽນ-ການສອນ ຂອງສະຖາບັນສ້າງຄູຂອງພວກເຮົາ ໂດຍໄດ້ສ້າງຂື້ນພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ-ຄະນະອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ແລະ ຕາມການແນະນຳ, ສະໜັບສະໜູນຈາກ ກົມສ້າງຄູ ກະຊວງສຶກສາທິການ ພາຍໃຕ້ໂຄງການ TEMIS, EQIP II, TTEST ເຊິ່ງທ່ານຜູ້ເຂົ້າຊົມ ຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບ ການຮຽນ-ການສອນ ແລະ ຂະບວນການຕ່າງໆ ທີ່ໄດ້ຖຶກປະຕິບັດ ໂດຍຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໃນສະຖາບັນ ເຊິ່ງຈະໄດ້ຖຶກນຳມາສະເໜີໂດຍທີມງານ ICT ປະຈຳຫ້ອງການ ວັດຜົນ-ປະເມີນຜົນ ເຖິງແມ່ນວ່າພວກເຮົາຈະໄດ້ຮັບອະນຸຍາດ ໃຫ້ນຳສະເໜີຂໍ້ມູນຕ່າງໆ ທີ່ເກັບກຳໄດ້ ຈາກການປະຕິບັດຕົວຈິງ ພາຍໃນສະຖາບັນ, ແລະ ທຸກໆຂໍ້ມູນທີ່ໄດ້ມານັ້ນ ຕ້ອງໄດ້ຜ່ານການກວດກາຈາກຄະນະກວດກາພາຍໃນ ສະຖາບັນກ່ອນການ ເຜີຍແຜ່, ແຕ່ບາງຄັ້ງກໍ່ບໍອາດ ປາສະຈາກໄດ້ ກ່ຽວກັບຂໍ້ຜິດພາດທີ່ເກີດຂື້ນ ສະນັ້ນຖ້າຫາກທ່ານຜູ້ເຂົ້າຊົມ ຜົນງານການເຄື່ອນໄຫວໃນ Website ຂອງພວກເຮົາ ຫາກພົບເຫັນຂໍ້ຄວາມໃດ ຫຼື ບັນຫາໃດທີ່ຍັງບໍ່ສອດຄອງ ກະລຸນາໃຫ້ຄວາມຕຳນິຕິຊົມພວກເຮົາ ໂດຍກົງໄດ້, ພວກເຮົາຈະຂໍ້ຮັບເອົາ ທຸກໆ ຄຳເຫັນຂອງທ່ານ ເພື່ອມາປັບປຸງ ເຮັດໃຫ້ແຫຼ່ງຂໍ້ມູນພວກເຮົາມີປະສິດທິພາບທີ່ ສຸດສຳລັບການພັດທະນາການສຶກສາ ແລະ ເພື່ອໃຫ້ພວກເຮົາມີສ່ວນຮ່ວມໃນການ ສະໜອງຂໍ້ມູນຂ່າວສານແກ່ບັນດາທ່ານດ້ວຍ. |