01/09/2011 12:00:00 am - ສຳມະນາໂຄງການປັບປຸງເຄືອຄ່າຍ Wireless |
ວັດຜົນ-ປະເມີນຜົນ![]() ຄັ້ງວັນທີ 31 ສິງຫາ 2011, ເວລາ 13 ໂມງ 00 ນາທີ, ຢູ່ທີ່ຫ້ອງປະຊຸມຊັ້ນ 2 ວິທະຍາໄລຄູສະຫວັນນະເຂດ ຫ້ອງການວັດ-ປະເມີນຜົນ ໄດ້ຈັດ ສຳມະນາໂຄງການນຳໃຊ້ແລະປັບປຸງເຄືອຄ່າຍ Wireless ໃຫ້ກັບພະນັກງານພາຍໃນຫ້ອງການ ໂດຍມີ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການ ຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ ເປັນປະທານກ່າວເປີດພິທີໃນຄັ້ງນີ້. ເຂົ້າຮ່ວມເປັນສຳມະນາກອນຄັ້ງນີ້ມີ: ທ່ານ ອາຈານ ສຸພັນ ແສນວິເສດ ຫົວໜ້າຫ້ອງການ ວັດ-ປະເມີນຜົນ ແລະ ຄູ ອາຈານ ທີ່ສັງກັດພາຍໃນຫ້ອງການ ຈຳນວນ 7 ທ່ານ. ທ່ານ ເນດຄຳ ສຸດທະລັກ ເປັນ ວິທະຍາກອນ ໃນການເຜີຍແຜ່ ທັງມອບວຽກຮັບຜິດຊອບໃຫ້ກັບຄູ-ອາຈານ ສືບທອດທີ່ຢູ່ພາຍໃນຫ້ອງການນີ້ |