ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



31/08/2011 12:00:00 am - ກອງປະຊຸມປະຈຳປີຂອງອາຈານ, ພະນັກງານ ທົ່ວວິທະຍາໄລຄູ ສະຫວັນນະເຂດ
ບໍລິຫານ


ກອງປະຊຸມປະຈຳປີ ຂອງອາຈານ, ພະນັກງານ ທົ່ວວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2010-2011 ໄດ້ໄຂຂື້ນຢ່າງເປັນທາງການ ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 27/8/2011 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ກຶ່ງ ໄຊຍະສານ ເລຂາຮາກຖານພັກ ຜູ້ອຳນວຍການໂຮງຮຽນ ໂດຍມີ ຄະນະພັກ-ຄະນະອຳນວຍການ, ຄະນະໜ່ວຍພັກຫ້ອງການ, ອາຈານສອນ ແລະ ພະນັກງານເຂົ້າຮ່ວມທັງໝົດ 167 ຄົນ, ຍິງ 78 ຄົນ ເຊິ່ງກອງປະຊຸມໄດ້ດຳເນີນການໃນ 4 ວັນ ແລະ ມີເນື້ອໃນຫຼາຍຢ່າງຄື:

1. ຮັບຮູ້ ແລະ ເຂົ້າໃຈການລາຍງານຜົນສຳເລັດ ຂອງກອງປະຊຸມ ປະຈຳປີ 2010 ຜູ້ບໍລິຫານການສຶກສາ ໃນທົ່ວປະເທດ, ກອງປະຊຸມຜູ້ບໍລິຫານ ສະຖາບັນສ້າງຄູ
2. ສະມາຊິກກອງປະຊຸມໄດ້ຮັບຟັງກ່ຽວກັບເນື້ອໃນໃໝ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເຮົາ. ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ເປັນຈິງ

3. ສະມາຊິກກອງປະຊຸມໄດ້ຮັບຮູ້ຄວາມສຳຄັນທາງດ້ານການສຶກສາໂດຍສະເພາະແມ່ນການສ້າງໂຮງຮຽນສີຂຽວແລະໂຮງຮຽນຄຸນະພາບເພື່ອເຮັດໃຫ້ການຮຽນ-ການສອນໄດ້ຮັບຜົນດີຂື້ນ.

4. ຮັບຮອງເອົາ ຜົນສຳເລັດໃນການປະຕິບັດວຽກງານ ໃນສົກຮຽນ 2010-2011 ແລະ ແຜນດຳເນີນງານ ໃນ ສົກຮຽນ 2011-2012

ນອກຈາກນັ້ນກໍ່ຍັງມີວຽກງານປັບປຸງອົງການຈັດຕັ້ງ ແລະ ນະໂຍບາຍຕ່າງໆ ເພື່ອເປັນການປັບປຸງສະຖາບັນໃຫ້ມີຄວາມເຂັ້ມແຂງສຸດທ້າຍສະມາຊິກກອງປະຊູມຮັບຟັງເອກະສານວັນຢຶດອຳນາດ 23 ສິງຫາ 1945 ແລະ 1975 ເພາະວ່າວັນດັ່ງກ່າວເປັນວັນທີ່ມີຄວາມໝາຍ, ຄວາມສຳຄັນທາງດ້ານປະຫວັດສາດຂອງຊາດລາວໃຫ້ຄູ-ອາຈານມີຄວາມເຊື່ອມຊືມຕໍ່ວັນປະຫວັດສາດດັ່ງກ່າວ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ