07/08/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ປະກາດຮັບສະໝັກນັກຮຽນສອບເສັງເຂົ້າຮຽນ ປະຈຳສົກຮຽນ 2011-2012 |
ບໍລິຫານ![]() ປະກາດ ເປີດຮັບນັກຮຽນເສັງຄັດເລືອກເຂົ້າຮຽນ ວິທະຍາໄລຄູ ສະຫວັນນະເຂດສົກຮຽນ 2011-2012 ເປີດຂາຍຄຳຮ້ອງເລີ່ມແຕ່ວັນທີ 18/7/2011 - 13/8/2011ໃນໂມງລັດຖະການ ທີ່ວິທະຍາໄລຄູ ສະຫວັນນະເຂດ ແລະ ພະແນກສຶກສາທິການແຂວງຄຳມ່ວນ ສອບເສັງວັນທີ 20-22/8/2011, ລົງທະບຽນເຂົ້າຮຽນວັນທີ 15/9/2011 ການສອບເສັງມີ 3 ລະບົບຮຽນຄື: ລະບົບຊັ້ນກາງມີ 2 ສາຍຮຽນ 9+3 (ຮຽນ 3ປີ) ລະບົບຊັ້ນສູງມີ 8 ສາຍຮຽນ 12+2 (ຮຽນ 2ປີ) ລະບົບປະລິນຍາຕີມີ 8 ສາຍຮຽນ 12+4 (ຮຽນ 4ປີ) ສຳລັບນັກສຶກສາທີ່ຕ້ອງການຮຽນຕໍ່ເນື່ອງ [(11+3)+2] ໃຫ້ຕິດຕໍ່ພົວພັນລົງທະບຽນ ທີ່ຫ້ອງການວິຊາການ ວິທະຍາໄລຄູ ໂດຍບໍ່ໄດ້ມີການສອບເສັງ. ສົນໃຈລາຍລະອຽດເຊີນຕິດຕໍ່ສອບຖາມໄດ້ ທີ່ເບີໂທ: 041 212180, 020 2231 4393, 020 2263 4768 |