05/08/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ເລີ່ມກໍ່ສ້າງອາຄານຮຽນຫຼັງໃໝ່ |
ບໍລິຫານ![]() ເພື່ອເຮັດໃຫ້ການຈັດຕັ້ງແຜນພັດທະນາການສຶກສາ ແລະ ແຜນພັດທະນາການສ້າງຄູສຳເລັດຕາມຈຸດປະສົງໄປເທື່ອລະກ້າວ ວິທະຍາໄລຄູສະຫວັນນະເຂດ ຈຶ່ງໄດ້ມີໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ເພື່ອຕອບສະໜອງຫ້ອງຮຽນທີ່ຍັງບໍ່ທັນພຽງພໍກັບຄວາມຕ້ອງ ດັ່ງນັ້ນ, ວິທະຍາໄລສະຫວັນນະເຂດ ຈຶ່ງໄດ້ຖືເອົາເຊົ້າຂອງວັນທີ 13/7/2011 ເປັນມື້ສັນວັນດີຕັ້ງເສົາ ເລີ່ມກໍ່ສ້າງອາຄານຮຽນຫຼັງໃໝ່ ທີ່ມີລັກສະນະເປັນອາຄານ II ຊັ້ນ, ມີ 10 ຫ້ອງຮຽນ ເຊິ່ງໃນການກໍ່ສ້າງອາຄານຮຽນຫຼັງນີ້ແມ່ນໄດ້ຮັບທຶນສົມທົບຈາກ 3 ພາກສ່ວນຄື: 1. ກະຊວງສຶກສາທິການ 2. ແຂວງສະຫວັນນະເຂດ 3. ວິທະຍາໄລຄູສະຫວັນນະເຂດ ຂຽນໂດຍ: ອຈ ປາດຖະໜາ ກຸລາວົງ |