02/08/2011 12:00:00 am - ເຂົ້າຮ່ວມພິທີເປີດການເຝິກອົບຮົມ |
ວິທະຍາສາດສັງຄົມ![]() ໃນຕອນເຊົ້າຂອງວັນທີ 1/8/2011 ກອງປະຊຸມເຝິກອົບຮົມຄູນິເທດມັດທະຍົມ 2 ໄດ້ເປີດຂຶ້ນຢ່າງເປັນທາງກາານ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ລີຕູ່ ບົວປາວ ລັດຖະມົນຕີຊ່ວຍກະຊວງສຶກສາທິການ - ກິລາ, ທ່ານ ມີທອງ ສຸວັນມີໄຊ ຫົວໜ້າກົມສ້າງຄູເຂົ້າຮ່ວມ ຕະຫຼອດຮອດຄູນິເທດທັງ 9 ແຂວງພາກກາງ ແລະພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີດັ່ງກ່າວ ທ່ານ ລີຕູ່ ບົວປາວ ໄດ້ເນັ້ນໜັກຫຼາຍບັນຫານ ເປັນຕົ້ນແມ່ນການສິດສອນຂອງຄູໃນປັດຈຸບັນ ແມ່ນຕ້ອງໃຫ້ໄດ້ດີ ແລະເກັ່ງ. ຄູທຸກຄົນຕ້ອງເອົາໃຈໃສ່ 4 ບຸກທະລຸ ຄື: ຈິນຕະນາການ, ພັດທະນາຊັບພະຍາກອນມະນຸດ, ກົນໄກການຈັດຕັ້ງ ແລະການແກ້ໄຂຄວາມທຸກຍາກເປັນຕົ້ນ. ຂຽນໂດຍ: ອາຈານ ພອນສະຫວັນ ແກ້ວພົມມະຈັກ (ພ.ສາຍເມືອງວັງ) ຂຽນທີ່ເຮືອນພັກປູນາ |