31/07/2011 12:00:00 am - ເຝິກອົບຮົມຄູນິເທດ ມ2 |
ວິທະຍາສາດສັງຄົມ![]() ເວລາ 12:10 ນາທີ ຂອງວັນທີ 31/1/2011 ຂ້າພະເຈົ້າ ແລະທີມງານຫຼາຍທ່ານໄດ້ເດີນທາງມາຮອດວັງວຽງ ເພື່ອມາເຝິກອົບຮົມຄູນິເທດ ສໍາລັບ ໂຮງຮຽນສາມັນ ໃນຂະນະທີ່ເດີນທາງມາ ເລີ່ມຈາກສະຫວັນຈົນຮອດວັງວຽງ ພວກເຮົາໄດ້ມາພ້ອມກັບສາຍຝົນທີ່ລິນບໍ່ຂາດສາຍ ແລະມີນໍ້າຖ້ວມສາຍ ທາງຫຼາຍໆແຫ່ງ ແຕ່ຂ້າພະເຈົ້າບໍ່ຈື່ຍ້ອນມັນມືດ ແຕ່ມາໃກ້ຈະຮອດວຽງຈັນໄດ້ເຫັນກັບຕາພາບນໍ້າຖ້ວມທາງ 450 ປີ (ຄວາມສູງຂອງນໍ້າປະມານ 40 - 50 ຊັງຕີແມັດ ສະຖານທີ່ຂ້າພະເຈົ້າຢືນຢູ່ນີ້ ແມ່ນເຮືອນພັກດອກຄູນ 2 ທີ່ຕັ້ງຕິດກັບສໜາມບິນນັ້ນເອງ ເມືອງນີ້ເປັນເມືອງທີ່ສວຍງາມຫຼາຍ ເກັບກໍາໂດຍ: ພອນສະຫວັນ ແກ້ວພົມມະຈັກ |