09/11/2013 12:00:00 am - ສໍາເລັດກອງປະຊຸມເຝິກອົບຮົມການຂຽນໂຄງການໃຫ້ຄູ - ອາຈານພາຍໃນວິທະຍາໄລຄູສະຫວັນນະເຂດ |
ພັດທະນາຄູ![]() ໃນເວລາ 08 ໂມງ 00 ນາທີ ຂອງວັນເສົາ ກົງກັບວັນທີ 09/11/2013 ຫ້ອງການພັດທະນາຄູ, ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມການຂຽນໂຄງການໃຫ້ຄູອາຈານພາຍໃນ ວຄສ ຂຶ້ນທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 163 ທ່ານ, ຍິງ 79 ທ່ານ ໃນນັ້ນມີພະນັກງານທີ່ມາຈາກໂຮງຮຽນມັດທະຍົມຕົ້ນນາໝາກເກືອ ແລະ ໂຮງຮຽນມັດທະຍົມຕົ້ນນາປອດ ເມືອງອາດສະພອນ ແຂວງສະຫວັນນະເຂດ 04 ທ່ານ, ຍິງ 1 ທ່ານ, ມີຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ. ໂດຍການເປັນປະທານຂອງ ທ່ານ ກຶ່ງ ໄຊຍະສານ ຜູ້ອໍານວຍການ. ການເຝິກອົບຮົມໃນຄັ້ງນີ້ໄດ້ດໍາເນີນຢູ່ 2 ວັນ ເລີ່ມແຕ່ວັນທີ 09-10/11/2013. ສໍາລັບງົບປະມານໃນການເຝິກອົບຮົມຄັ້ງນີ້ແມ່ນນໍາໃຊ້ຮ່ວງລາຍຮັບວິຊາການຂອງວິທະຍາໄລຄູສະຫວັນນະເຂດ ປະຈຳສົກຮຽນ 2013 - 2014. ຈຸດປະສົງຂອງການເຝິກອົບຮົມເພຶ່ອສ້າງຂີດຄວາມສາມາດໃນການຂຽນໂຄງການໃຫ້ຄູອາຈານພາຍໃນ ວຄສ ເພື່ອພັດທະນາວຽກງານຕ່າງໆ, ເພື່ອໃຫ້ເຂົ້າໃຈນະໂຍບາຍ ແລະ ບູລິມະສິດຂອງລັດຖະ ບານກ່ຽວກັບການພັດທະນາຂະແໜງການສຶກສາ ພ້ອມທັງໃຫ້ທຸກພາກສ່ວນມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ແຂ່ງຂັນໃນການພັດທະນາວຽກງານໃນແຕ່ລະດ້ານພາຍໃນສະຖາບັນ. |