01/07/2011 12:00:00 am - ກອງປະຊຸມເປິກສາຫາລືກ່ຽວກັບການກະກຽມການສ້າງຕັ້ງ ມະຫາວິທະຍາໄລຄູສະຫວັນນະເຂດ |
ບໍລິຫານ![]() ໃນວັນທີ 7/6/2011 ເວລາ 8:00 ທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນນະເຂດ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຕັ້ງມະຫາວິທະຍາໄລຄູສະຫວັນນະເຂດ ເຊິ່ງທາງພະແນກສຶກສາທິການແຂວງສະຫວັນນະເຂດ ແມ່ນ ທ່ານ ຄຳພູນ ຕຸໄພທູນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການແຂວງ ສະຫວັນນະເຂດ ພ້ອມດ້ວຍພະນັກງານ 4 ທ່ານ ແລະ ວິທະຍາໄລຄູສະຫວັນນະເຂດ ແມ່ນທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ພ້ອມພະນັກງານ 6 ທ່ານ ລວມທັງໝົດ 13 ທ່ານ ຍິງ 1 ທ່ານ ຮ່ວມກັນປຶກສາຫາລືກ່ຽວກັບການສ້າງຮ່າງຂໍ້ຕົກລົງຄະນະຮັບຜິດຊອບສ້າງວິທະຍາໄລຄູສະຫວັນນະເຂດ ໃຫ້ກາຍເປັນມະຫາວິທະຍາໄລຄູສະຫວັນນະເຂດ |