22/06/2011 12:00:00 am - ພຣະອາຈານ ດຳຣົງ ພ.ທຳມິກະມຸນີ ວັດອົບມາພຸດທາວາດ ມອບໜັງສືໃຫ້ວິທະຍາໄລຄູສະຫວັນນະເຂດ |
ບໍລິຫານ![]() ພຣະອາຈານ ດຳຣົງ ພ.ທຳມິກະນີ ວັດອົບມາພຸດທາວາດ ມອບໜັງສືໃຫ້ວິທະຍາໄລຄູສະຫວັນນະເຂດ ວັນທີ 22/6/2011 ເວລາ 10:45 ຢູ່ຫ້ອງການບໍລິຫານວິທະຍາໄລຄູ ສະຫວັນນະເຂດ ໂດຍ ພຣະອາຈານ ດຳຣົງ ພ.ທຳມິກະມຸນີ ວັດອົບມາ ເມືອງໄກສອນພົມວິຫານ ໄດ້ມອບໜັງສື 3 ເລື່ອງຄື: 1. ພຣະຄາຖາທຳມະສູດບົດ ຈຳນວນ 6 ຫົວ x 300,000 ກີບ = 1,800,000 ກີບ 2. ໄຫວ້ພຣະສູດມົນແປ ຈຳນວນ 2 ຫົວ x 200,000 ກີບ = 400,000 ກີບ 3. ຫຼັກປະຕິບັດເພື່ອຄວາມດີງາມຂອງສັງຄົມ ຈຳນວນ 8 ຫົວ x 50,000 ກີບ = 400,000 ກີບ ຜູ້ຮັບໃນຄັ້ງນີ້ແມ່ນ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍພະນັກງານຫ້ອງການ ເຊິ່ງໜັງສືທັງໝົດນີ້ລວມມູນຄ່າແລ້ວແມ່ນ 2,600,000 ກີບ ແລະ ໄດ້ມອບເຂົ້າຫໍສະໝຸດຂອງວິທະຍາໄລຄູ ສະຫວັນນະເຂດ ເພື່ອໃຫ້ ຄູ-ອາຈານ, ນັກສຶກສາ ແລະ ຜູ້ທີ່ສົນໃຈໃນການຊອກຫາຄວາມຮູ້ໃຫ້ເປັນປະໂຫຍດຕໍ່ຕົນເອງ ແລະ ສັງຄົມ. |