08/06/2011 12:00:00 am - ພິທີເປີດການເຝິກອົບຮົມ ວິຊາປ້ອງກັນຊາດ ໃຫ້ແກ່ນັກສຶກສາປີສຸດທ້າຍທັງ 4 ສາຍຮຽນ ສົກຮຽນ 2010-2011 |
ສົ່ງເສີມວິຊາການ![]() ໃນວັນຈັນ ວັນທີ 6/06/2011 8:00 ທີ່ສະໂມສອນໃຫຍ່ ວິທະຍາໄລຄູສະຫວັນນະເຂດ ໄດ້ມີການເປີດ ການເຝິກອົບຮົມວິຊາປ້ອງກັນຊາດ ໃຫ້ແກ່ນັກສຶກສາທັງ 4 ສາຍຮຽນ ສົກຮຽນ 2010-2011 ເຊິ່ງ ປະທານ ຂອງການເຝິກອົບຮົມວິຊາປ້ອງກັນຊາດໃນຄັ້ງນີ້ ແມ່ນມີ ທ່ານ ອາຈານ ກຶ່ງ ໄຊຍະສານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍຄະນະ ກໍ່ເປັນກຽດເຂົ້າຮ່ວມ, ທ່ານ ຮ້ອຍເອກ ພູມີ ຜູ້ຊ່ວຍວຽກພະແນກ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ກໍ່ເປັນກຽດເຂົ້າຮ່ວມ, ບັນດາຫົວໜ້າຫ້ອງການ, ຄະນະຫ້ອງການພາຍໃນ ວ.ຄ.ສ ກໍ່ໃຫ້ກຽດເຂົ້າຮ່ວມ, ບັນດາທ່ານຄູຝຶກວິຊາ ການທະຫານທັງໝົດ, ພະນັກງານຄູ-ອາຈານ ທີ່ຮັບຜິດຊອບ ການຝຶກອົບຮົມ ວິຊາການທະຫານທັງໝົດ ແລະ ນັກສຶກສາປີສຸດທ້າຍທັງ 4 ສາຍຮຽນເກຶອບທັງໝົດ ກໍ່ໃຫ້ກຽດເຂົ້າຮ່ວມ. ຕໍ່ຈາກນັ້ນ ທ່ານ ອາຈານ ສັງວານຄໍາ ສິງເພັດໄຊບັນຍາ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ, ຕາຕະລາງການຮຽນ ແລະ ລະບຽບວິຊາການທະຫານ ຫຼັງຈາກນັ້ນ ທ່ານ ອາຈານ ກຶ່ງໄຊຍະສານ ຜູ້ອໍານວຍການວິທະຍາໄລ ຄູສະຫວັນນະເຂດ ກໍ່ໄດ້ຂື້ນກ່າວເປິດພິທີຢ່າງເປັນທາງການ ແລະ ທ່ານຍັງໄດ້ໃຫ້ຄໍາຄິດຄໍາເຫັນຕື່ມອີກວ່າ: 1. ເນັ້ນໃສ່ການເຝິກອົບຮົມການສ້າງແຟ້ມສະສົມຜົນງານ ເພື່ອໃຫ້ນັກຮຽນນັກສຶກສານໍາໄປຜັນຂະຫຍາຍຕໍ່ ໃນຄັ້ງໜ້າ. 2.ການເປີດການຮຽນ-ການສອນ ພາກພັກທ້າຍປີຮຽນ. 3. ວຽກການເຝິກອົບຮົມ ວິຊາປ້ອງການຊາດ ໂດຍສະເພາະແມ່ນເນັ້ນໃສ່ເລື່ອງ ລະບຽບການຮຽນວິຊາປ້ອງ ກັນຊາດ. |