07/06/2011 12:00:00 am - ກອງປະຊຸມປຶກສາຫາລືກ່ຽວກັບ ການອອກຮ່າງຂໍ້ຕົກລົງຄະນະຮັບຜິດຊອບການສ້າງຕັ້ງ ມະຫາວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ໃນວັນຄານ ວັນທີ 7 / 06 / 2011 ເວລາ 8:30 ທີ່ຫ້ອງປະຊູມ ຊັ້ນສອງໄດ້ມີການຈັດກອງປະຊຸມ ປຶກສາຫາລືກ່ຽວກັບການອອກຮ່າງຂໍ້ຕົກລົງຄະນະຮັບຜິດຊອບການສ້າງຕັ້ງມະຫາວິທະຍາໄລຄູສະຫວັນນະເຂດ ເຊິ່ງປະທານຂອງກອງປະຊຸມປຶກສາຫາລືກ່ຽວກັບ ການອອກຮ່າງຂໍ້ຕົກລົງຄະນະຮັບຜິດຊອບການສ້າງຕັ້ງ ມະຫາວິທະຍາໄລຄູສະຫວັນນະເຂດ ໃນຄັ້ງນີ້ ແມ່ນມີ: ທ່ານ ຄໍາພູນ ຕຸໄຟທູນ ຫົວໜ້າພະແນກສຶກສາທິການແຂວງສະຫວັນນະເຂດ ທ່ານ ກຶ່ງ ໄຊຍະສານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ກໍ່ໃຫ້ກຽດເຂົ້າຮ່ວມ ແລະ ຈໍານວນຜູ້ເຂົ້າຮ່ວມໃນກອງປະຊຸມລວມທັງໝົດມີ 13 ທ່ານ |