03/06/2011 12:00:00 am - ການປ້ອງກັນບົດລາຍງານຈົບຊັ້ນ/ສອບເສັງປາກເປົ່າຂອງ ສາຍຄູ, ພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010-2011 |
ສົ່ງເສີມວິຊາການ![]() ວັນທີ 23.5.2011 ຫາ 3.6.2011 ທີ່ຫ້ອງການພາສາຕ່າງປະເທດ ໄດ້ຈັດຕັ້ງ ການປ້ອງກັນບົດລາຍງານຈົບຊັ້ນ ແລະ ສອບເສັງປາກເປົ່າຂອງ ສາຍຄູ, ພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010-2011 ໃນຮູບແບບການປ້ອງກັນບົດລາຍງານຈົບຊັ້ນ ແລະ ສອບເສັງປາກເປົ່າ ແມ່ນ ມີປະທານ 1 ທ່ານ ແລະ ຄະນະກໍາມະການ 4 ທ່ານ ການປ້ອງກັນບົດລາຍງານຈົບຊັ້ນຂອງນັກສຶກສາປີ 3 ທຸກລະບົບໃນວິທະຍາໄລຄູສະຫວັນນະຂເດ ສົກຮຽນ 2010 - 2011 ສໍາລັບນັກລາຍງານບົດປ້ອງກັນ ແມ່ນ ຈະຕ້ອງໄດ້ກະກຽມ ບົດລາຍງານ, ສືປະຈັກຕາ ແລະ ການຕອບຄໍາຖາມ ຂອງຄະນະກໍາມະການທັງ 4 ທ່ານ, ສໍາລັບນັກສອບເສັງປາກເປົ່າ ແມ່ນ ຕ້ອງໄດ້ກະກຽມຄໍາຖາມ ແລະ ຂຽນຄໍາຕອບ ຈໍານວນ 200 ຂໍ້ ໂດຍລາຍມື ຕໍ່ຈາກນັ້ນ ນັກສອບ ແມ່ນຈະໄດ້ ອອກມາຕອບຄໍາຖາມ ທັງ 4 ວິຊາຮຽນເຊັ່ນ: Grammar, Describing Vocabulary, Presentation, Methodology |