24/05/2011 12:00:00 am - ພິທີສະຫຼູບຫ້ອງປີໜຶ່ງ ຂອງສາຍພາສາຕ່າງປະເທດ ທີ່ຫ້ອງປີ 1EB |
ສົ່ງເສີມວິຊາການ![]() ໃນວັນທີ 23 / 05 / 2011 ເວລາ 1:30 ຂອງບ່າຍວັນຈັນ ທີ່ຫ້ອງປີໜຶ່ງ English B ລະບົົບ (11+3) ໄດ້ມີການສະຫຼູບຫ້ອງຂອງພາກຮຽນທີ 2 ສົກຮຽນ 2010 - 2011, ເຊິ່ງເປັນກຽດເຂົ້າຮ່ວມໃນພິທີມີ:ທ່ານ ອາຈານ ອໍາພອນ ຂາວເພຍສຸພົນ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ ກໍ່ເປັນກຽດເຂົ້າຮ່ວມ, ອາຈານ ແສງສັນໄຊ ຂັດຕິຍະວົງ ຄູທີ່ເປິກສາ ຫ້ອງປີໜຶ່ງ English B ລະບົົບ (11+3), ຄູ-ອາຈານ ປະຈໍາວິຊາ ກໍ່ເປັນກຽດເຂົ້າຮ່ວມ, ເຊິ່ງເນື້ອໃນຂອງການສະຫຼູບຫ້ອງ ແມ່ນ ເວົ້າເຖິງຜົນສໍາເລັດຂອງການເຄື່ອນໄຫວ ວຽກງານແຕ່ລະດ້ານ ເຊັ່ນ: ສີລະປະ, ອອກແຮງງານ, ການຮຽນ, ກິລາ ແລະ ກິດຈະກໍາຕ່າງໆ ທີ່ຫ້ອງສາມາດປະກອບສວ່ນເຂົ້າໃນວຽກງານຂອງວິທະຍາໄລຄູສະຫວັນນະເຂດ. ຕໍ່ຈາກນັ້ນ ທ່ານ ອາຈານ ອໍາພອນ ຂາວເພຍສຸພົນ ກໍ່ໄດ້ຂື້ນໃຫ້ຄໍາຄິດຄໍາເຫັນ ແລະ ຊີ້ແນວທາງໃນການຮຽນ - ການສອນ ຕໍ່ກັບ ນັກຮຽນນັກສຶກສາໃນຫ້ອງ ແລະ ຍັງໄດ້ຍ້ອງຍໍຊົມເຊີຍ ນັກສຶກສາໃນຫ້ອງວ່າ: ນັກສຶກສາໃນຫ້ອງຂອງພວກ ເຮົາ ແມ່ນ ມີຄວາມສາມັກຄີກັນດີ ແລະ ພ້ອມພຽງຮຽງໜ້າປະຕິບັດວຽກງານທີ່ໄດ້ມອບໝາຍໄດ້ສໍາເລັດ. ຫຼັງຈາກນັ໊ນ ກໍ່ແມ່ນ ພິທີການມອບຂອງຂວັນ ໃຫ້ຮອງຫົວໜ້າຫ້ອງການພາສາຕ່າງປະເທດ, ຄູທີ່ເປິກສາຫ້ອງປີໜຶ່ງ English B ລະບົົບ (11+3), ຄູ-ອາຈານ ປະຈໍາວິຊາ ແລະ ມອບຂອງຂວັນໃຫ້ນັກສຶກສາຜູ້ທີ່ມີຜົນງານດີເດັ່ນຈໍານວນ 17 ຄົນ ແລະ ໄດ້ແບ່ງອອກເປັນແຕ່ລະດ້ານເຊັ່ນ: ເດັ່ນ1: ແມ່ນເດັ່ນຮອບດ້ານມີ 6 ຄົນ ເດັ່ນ2: ແມ່ນເດັ່ນການຮໍ່າຮຽນມີ 7 ຄົນ ເດັ່ນ3: ແມ່ນເດັ່ນອອກແຮງງານມີ 4 ຄົນ |